ບັນ​ດາ​ປະ​ເທດ​ຍັງ​ເຫຼືອ​ໃນ JCPOA ໂຮມ​ປະ​ຊຸມ​ກ່ຽວ​ກັບ​ບັນ​ຫາ​ນິວ​ເຄຼຍ ອີ​ຣານ

(VOVWORLD) -ຈຸດສຸມຂອງກອງປະຊຸມ ແມ່ນປຶກສາຫາລືກ່ຽວກັບວິທີປົກປ້ອງຂໍ້ຕົກລົງນິວເຄຼຍ ແລະ ຮັບປະກັນການປະຕິບັດຂໍ້ຕົກລົງຢ່າງຍຸຕິທຳ ແລະ ຄົບຖ້ວນ.
ບັນ​ດາ​ປະ​ເທດ​ຍັງ​ເຫຼືອ​ໃນ JCPOA ໂຮມ​ປະ​ຊຸມ​ກ່ຽວ​ກັບ​ບັນ​ຫາ​ນິວ​ເຄຼຍ ອີ​ຣານ - ảnh 1ຄະນະຜູ້ແທນ ອີຣານ ເຂົ້າຮ່ວມກອງປະຊຸມ (ພາບ: PressTV)

ວັນທີ 16 ທັນວາ, ຜູ້ຕາງໜ້າບັນດາປະເທດຄື ຈີນ, ຝລັ່ງ, ລັດເຊຍ, ອີຣານ, ເຢຍລະມັນ ແລະ ອັງກິດ ເຊິ່ງແມ່ນປະເທດຍັງເຫຼືອໃນຂໍ້ຕົກລົງ ນິວເຄຼຍ ອີຣານ ປີ 2015 ໄດ້ໂຮມປະຊຸມຜ່ານທາງອອນລາຍ ພາຍໃຕ້ການເປັນປະທານຂອງທ່ານນາງ Helga Schmid - ເຈົ້າໜ້າທີ່ການທູດຂັ້ນສູງຂອງ ສະຫະພາບເອີີຣົບ (ອີຢູ). ກອງປະຊຸມຖືກດຳເນີນພາຍຫຼັງ ອີຣານ ປະກາດແຜນການສືບຕໍ່ຢຸດຕິການປະຕິບັດຄຳໝັ້ນສັນຍາໃນຂໍ້ຕົກລົງທີ່ມີຊື່ວ່າ ແຜນການດຳເນີນງານຮ່ວມຮອບດ້ານ (JCPOA) ແຕ່ບໍ່ໄດ້ເປີດເຜີຍເນື້ອໃນລະອຽດຂອງກອງປະຊຸມ.

         ກ່ອນທີ່ດຳເນີນກອງປະຊຸມ, ທ່ານ Mikhail Ulyanov ເອກອັກຄະລັດຖະທູດ ລັດເຊຍ ປະຈຳ ບັນດາອົງການຈັດຕັ້ງສາກົນຢູ່ ວຽນ (ປະເທດໂອຕາລິດ) ໃຫ້ຮູ້ວ່າ ຈຸດສຸມຂອງກອງປະຊຸມ ແມ່ນປຶກສາຫາລືກ່ຽວກັບວິທີປົກປ້ອງຂໍ້ຕົກລົງນິວເຄຼຍ ແລະ ຮັບປະກັນການປະຕິບັດຂໍ້ຕົກລົງຢ່າງຍຸຕິທຳ ແລະ ຄົບຖ້ວນ.


ຕອບກັບ

ຂ່າວ/ບົດ​ອື່ນ