ບັນດາປະເທດຍູ້ໄວວິວັດການເຈລະຈາກ່ຽວກັບໂຄງການນິວເຄຼຍຂອງອີຣານ
ບັນດາປະເທດຍູ້ໄວວິວັດການເຈລະຈາກ່ຽວກັບໂຄງການນິວເຄຼຍຂອງອີຣານ
(ພາບປະກອບ: AP)
(vovworld)-ວິວັດການເຈລະຈາກ່ຽວກັບໂຄງການນິວເຄຼຍຂອງອີຣານ ພວມກ້າວເຂົ້າສູ່ໄລຍະສຸດທ້າຍ ເມື່ອວັນທີ 20/3, ອີຣານ ແລະ ບັນດາປະເທດຄູ່ຮ່ວມມືສືບຕໍ່ປຶກສາຫາລື ເພື່ອບັນລຸຂໍ້ຕົກລົງນິວເຄຼຍ ຮອບດ້ານ ກ່ອນທີ່ການກຳນົດເວລາໃກ້ຈະໝົດ. ທີ່ສະວິດ, ລັດຖະມົນຕີການຕ່າງປະເທດ ອາເມລິກາ John Kerry ແລະ ຄູ່ຕຳແຫນ່ງ ອີຣານ ທ່ານ Mohammad Javad Zarif ໄດ້ເລີ່ມຕົ້ນການເຈລະຈາຄັ້ງທີ 5. ໃນຂະນະນັ້ນ, ຢູ່ນອກກອງປະຊຸມສຸດຍອດ ຂອງ ສະຫະພາບເອີລົບ ພວມດຳເນີນໄປຢູ່ ບຣຸກແຊນ ປະເທດ ແບນຊິກ, ຜູ້ຕາງຫນ້າຂັ້ນສູງຮັບຜິດຊອບນະໂຍບາຍປ້ອງກັນຄວາມສະຫງົບ ແລະ ການຕ່າງປະເທດ ຂອງ ອີຢູ , ທ່ານນາງ Federica Mogherini ໄດ້ພົບປະກັບນາຍົກລັດຖະມົນຕີ ອັງກິດ David Cameron, ນາຍົກລັດຖະມົນຕີ ເຢຍລະມັນ ທ່ານນາງ Angela Merkel ແລະ ປະທານາທິບໍດີ ຝລັ່ງ Francois Hollande ເພື່ອແລກປ່ຽນກ່ຽວກັບບັນຫານິວເຄຼຍຂອງ ອີຣານ. ກຸ່ມ P5+1 ຈະເຊື່ອມຕໍ່ບັນດາການເຈລະຈານິວເຄຼຍ ໃນວັນທີ 25/3 ຈະມາເຖິງ.