ບັນດາປະເທດສົ່ງສານອວຍພອນການນຳໃໝ່ຂອງຫວຽດນາມ
(ທ່ານ ເຈີ່ນດ້າຍກວາງ ໄດ້ຮັບເລືອກຕັ້ງເປັນປະທານປະເທດ
ແຫ່ງສາທາລະນະລັດສັງຄົມນິຍົມ ຫວຽດນາມ)
(vovworld) - ເນື່ອງໃນໂອກາດທ່ານ ເຈີ່ນດ້າຍກວາງ ໄດ້ຮັບເລືອກຕັ້ງເປັນປະທານປະເທດແຫ່ງສາທາລະນະລັດສັງຄົມນິຍົມ ຫວຽດນາມ, ວັນທີ 02/04, ທ່ານ ຈູມມາລີ ໄຊຍະສອນ ປະທານປະເທດແຫ່ງສາທາລະນະລັດປະຊາທິປະໄຕປະຊາຊົນ ລາວ, ທ່ານ ສີຈິ້ນຜິງ ປະທານປະເທດແຫ່ງສາທາລະນະລັດປະຊາຊົນ ຈີນ ແລະ ປະທານາທິບໍດີສະຫະພັນ ລັດເຊຍ ໄດ້ສົ່ງສານອວຍພອນ. ທ່ານປະທານປະເທດ ສປປ ລາວ ເຊື່ອໝັ້ນວ່າ: ດ້ວຍຄວາມສາມາດ, ບົດຮຽນອັນອຸດົມສົມບຸນຂອງທ່ານປະທານປະເທດ ເຈີ່ນດ້າຍກວາງ, ປະເທດ ສສ ຫວຽດນາມ ຈະສືບຕໍ່ມີສະຖຽນລະພາບ, ເສດຖະກິດພັດທະນາ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການຍົກສູງຂຶ້ນ, ບົດບາດ ແລະ ທີ່ຕັ້ງຂອງ ຫວຽດນາມ ນັບມື້ນັບໄດ້ຮັບການຍົກສູງໃນເວທີສາກົນ. ສ່ວນທ່ານປະທານປະເທດ ຈີນ ສີຈິ້ນຜິງ ເນັ້ນໜັກວ່າ: ຈີນ ຖືເປັນສຳຄັນການພົວພັນກັບ ຫວຽດນາມ ແລະ ພ້ອມແລ້ວທີ່ຈະກັບ ຫວຽດນາມ ມານະພະຍາຍາມສືບຕໍ່ການແລກປ່ຽນຍຸດທະສາດ, ຮ່ວມມືຢ່າງເລິກເຊິ່ງແທດຈິງໃນທຸກຂົງເຂດຊຸກຍູ້ການພົວພັນ ຫວຽດນາມ - ຈີນ ໃຫ້ພັດທະນາຢ່າງປອດໃສ, ມີສະຖຽນລະພາບ. ທ່ານປະທານາທິບໍດີ ລັດເຊຍ Putin ປາດຖະໜາວ່າ: ຈະສົມທົບກັນຢ່າງແໜ້ນແຟ້ນກັບທ່ານປະທານປະເທດ ເຈີ່ນດ້າຍກວາງ ເພື່ອແນໃສ່ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ການຮ່ວມມື 2 ຝ່າຍທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດໃນບັນດາຂົງເຂດທີ່ແຕກຕ່າງກັນລະຫວ່າງ ຫວຽດນາມ ແລະ ສະຫະພັນ ລັດເຊຍ, ຕອບສະໜອງຜົນປະໂຫຍດ ຕົ້ນຕໍ່ຂອງ 2 ຊາດ ລັດເຊຍ ແລະ ຫວຽດນາມ, ຕາມທິດຮັບປະກັນສັນຕິພາບ, ຄວາມສະຫງົບປອດໄພ ແລະ ສະຖຽນລະພາບໃນພາກພື້ນ ອາຊີ - ປາຊີຟິກ.
ກ່ອນໜ້ານັ້ນ, ທ່ານນາງ ປານີ ຢາທໍ້ຕູ້ ປະທານສະພາແຫ່ງຊາດ ສາທາລະນະລັດປະຊາທິປະໄຕປະຊາຊົນ ລາວ ກໍ່ໄດ້ສົ່ງສານອວຍພອນເຖິງທ່ານນາງ ຫງວຽນທິກີມເງິນ ປະທານສະພາແຫ່ງຊາດ ສາທາລະນະລັດສັງຄົມນິຍົມ ຫວຽດນາມ.