ບັນ​ດາ​ປະ​ເທດ​ສືບ​ຕໍ່​ຍົກ​ຍ້າຍ​ພົນ​ລະ​ເມືອງ​ອອກ​ຈາກ ຊູ​ດັງ

(VOVWORLD) -ຕາມຕົວເລກຫຼ້າສຸດຂອງອົງການອະນາໄມໂລກ (WHO) ປະກາດໃນວັນດຽວກັນ, ມີຜູ້ເສຍຊີວິດ ຢ່າງໜ້ອຍສຸດ 460 ຄົນ ແລະ ມີຜູ້ຮັບບາດເຈັບເກືອບ 4.100 ຄົນ ຍ້ອນການປະທະກັນຢູ່ຊູດັງ ໃນ 10 ວັນຜ່ານມາ. 
ບັນ​ດາ​ປະ​ເທດ​ສືບ​ຕໍ່​ຍົກ​ຍ້າຍ​ພົນ​ລະ​ເມືອງ​ອອກ​ຈາກ ຊູ​ດັງ - ảnh 1ຫຼາຍປະເທດສືບຕໍ່ຍົກຍ້າຍພົນລະເມືອງຂອງຕົນອອກຈາກ ຊູດັງ (ພາບ: AFP)

ຫ້ອງການປະສານງານບັນດາບັນຫາມະນຸດສະທຳຂອງ ສປຊ (UNOCHA) ວັນທີ 25 ເມສາ ຈຳເປັນຕ້ອງຢຸດການເຄື່ອນໄຫວຢູ່ຫຼາຍບ່ອນຢູ່ ຊູດັງ ຍ້ອນການປະທະກັນເກີດຂຶ້ນຢ່າງດຸເດືອດ. ຕາມຕົວເລກຫຼ້າສຸດຂອງອົງການອະນາໄມໂລກ (WHO) ປະກາດໃນວັນດຽວກັນ, ມີຜູ້ເສຍຊີວິດ ຢ່າງໜ້ອຍສຸດ 460 ຄົນ ແລະ ມີຜູ້ຮັບບາດເຈັບເກືອບ 4.100 ຄົນ ຍ້ອນການປະທະກັນຢູ່ຊູດັງ ໃນ 10 ວັນຜ່ານມາ. ທ່ານ Nima Saeed ຜູ້ຕາງໜ້າ WHO ຢູ່ ຊູດັງ ກໍໄດ້ກ່າວເຕືອນກ່ຽວກັບຄວາມສ່ຽງສູງທີ່ຈະເກີດອັນຕະລາຍດ້ານຊີວະ” ເມື່ອມີຝ່າຍໃດຝ່າຍໜຶ່ງຢູ່ ຊູດັງ ຢຶດຄອງຫ້ອງທົດລອງ.

        ໃນຂະນະນັ້ນ, ບັນດາປະເທດພວມສົ່ງເສີມການຍົກຍ້າຍພົນລະເມືອງ. ວັນທີ 25 ເມສາ, ລັດຖະບານ ອັງກິດ ແຈ້ງໃຫ້ຊາບວ່າ ໄດ້ເລີ່ມບັ້ນຍົກຍ້້າຍພົນລະເມືອງຂອງຕົນດ້ວຍຂອບຂະໜາດໃຫຍ່, ພາຍຫຼັງບັນດາຝ່າຍຢູ່ປະເທດ ອາຟະລິກາເໜືອນີ້ ຕົກລົງເຫັນດີປະຕິບັດຂໍ້ຕົກລົງຢຸດຍິງພາຍໃນ 72 ຊົ່ວໂມງ. ລອນດອນ ໃຫ້ຮູ້ວ່າ ບັນດາຖ້ຽວບິນການທະຫານ ຈາກສະໜາມບິນຢູ່ຊານເມືືອງນະຄອນຫຼວງ Khartoum ຈະຮັບເອົາພົນລະເມືອງທີ່ມີໜັງສືຜ່ານແດນ ອັງກິດ. ໂດຍໃຫ້ບຸລິມະສິດສຳລັບບັນດາຄອບຄົວທີ່ມີເດັກນ້ອຍ, ຜູ້ອາຍຸສູງ ແລະ ຄົນເຈັບ. ອີຕາລີ, ຝລັ່ງ, ຢູແກຼນ ກໍຍົກຍ້າຍພົນລະເມືອງຂອງຕົນອອກຈາກ ຊູດັງ. ໃນຂະນະນັ້ນ, ກະຊວງການຕ່າງປະເທດ ຈີນ ໄດ້ແຈ້ງໃຫ້ຊາບວ່າ ພົນລະເມືອງຂອງປະເທດນີ້ຢູ່ ຊູດັງ ເກືອບທັງໝົດ ໄດ້ຍົກຍ້າຍ ໄປຍັງດ່ານຊາຍແດນຂອງບັນດາປະເທດບ້ານໃກ້ເຮືອນຄຽງ ດ້ວຍຄວາມປອດໄພ.

ຕອບກັບ

ຂ່າວ/ບົດ​ອື່ນ