ບັນດາປະເທດສົມທົບກັນເພີ່ມທະວີການປ້ອງກັນຄວາມປອດໄພດ້ານນິວເຄຼຍ

ບັນດາປະເທດສົມທົບກັນເພີ່ມທະວີການປ້ອງກັນຄວາມປອດໄພດ້ານນິວເຄຼຍ - ảnh 1
(ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັ​ດ​ຖະ​ມົນ​ຕີ​ວ່າ​ການ
​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ຟ້າມ​ບິ່ງ​ມິງ ເຂົ້າ​ຮ່ວມກອງ​ປະ​ຊຸມ)

(vovworld) - ກອງ​ປະ​ຊຸມ​ສຸດຍອດ​ກ່ຽວ​ກັບ​ຄວາມປອດ​ໄພ​ດ້ານ​ນິວ​ເຄຼຍ ຄັ້ງ​ທີ 4 ຖືກ​ດຳ​ເນີນ​ໃນ​ວັນ​ທີ 01/04 ຢູ່ວ​ໍ​ຊິງ​ຕັນ ດີ.ຊີ, ປະ​ເທ​ດ​ອາ​ເມ​ລິ​ກາ ຢ່າງ​ເປັນ​ທາງ​ການ. ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ການ​ນຳ​ຂັ້ນ​ສູງ 52 ປະ​ເທດ ແລະ ບັນ​ດາ​ອົງ​ການ​ຈ​ັດ​ຕັ້ງ​ສາ​ກົນ​ທີ່​ກ່ຽວ​ຂ້ອງ. ກອງ​ປະ​ຊຸມ​ແມ່ນ​ເພື່ອ​ແນ​ໃສ່​ປັບ​ປຸງ​ເຈດ​ຈຳ​ນົງ​ດ້ານ​ການ​ເມືອງ​ຂັ້​ນ​ສູງ ແລະ ສະ​ກັດ​ກັ້ນ​ກໍ່​ການ​ຮ້າຍ​ດ້ານ​ນິວ​ເຄຼຍ. ທີ່ກອງ​ປະ​ຊຸມ, ບັນ​ດາ​ການ​ນຳ​ໂລກ ໄດ້​ອອກ​ຖະ​ແຫຼງກ​ານ​ຮ່ວມ, ໃນ​ນັ້ນ​ຢືນ​ຢັນ​ຄືນ​ໃໝ່​ຄຳ​ໝັ້ນ​ສັນ​ຍາ​ສະ​ກັດ​ກັ້ນ​ເພື່ອບໍ່​ປະ​ໃຫ້​ບັນ​ດາ​ປະ​ເພດ​ອາ​ວຸດ​ນິວ​ເຄຼຍ ຖືກ​ຕົກ​ໃສ່​ກຳ​ມື​ຂອງ​ພວກ​ຫົວຮຸ​ນ​ແຮງ. ໃນ​ຖະ​ແຫຼງ​ການ​ຮ່ວ​ມ, ບັນ​ດາ​ການ​ນຳ​ໂລ​ກ​ໄດ້​ໃຫ້​ຄຳ​ໝັ້ນ​ສັນ​ຍາມ​ຊຸກ​ຍູ້​ສະ​ພາບ​ແວດ​ລ້ອມ​ສາກ​ົນ​ສະ​ຖຽນ​ລະ​ພາບ ດ້ວຍ​ວິ​ທີ​ຫຼຸດ​ຜ່ອນ​ໄພ​ກໍ່​ການ​ຮ້າຍ​ດ້ານ​ນິວ​ເຄຼຍ ແລະ ເພີ່ມ​ທະ​ວີ​ຄ​ວາມ​ປອດ​ໄພ​ດ້ານ​ນິວ​ເຄຼຍ.

        ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັ​ດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ຟ້າມ​ບິ່ງ​ມິງ ໄດ້​ນຳ​ໜ້າ​ຄະ​ນະ​ຜູ້​ແທນ​ຫວຽດ​ນາມ ເຂົ້າ​ຮ່ວມກອງ​ປະ​ຊຸມ​ຄັ້ງ​ນີ້. ກ່າວ​ຄຳ​ເຫັນ​ຢູ່​ທີ່ນີ້, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ບິ່ງ​ມິງ ໃຫ້​ຂໍ້​ສັງ​ເກດ​ວ່າ, ກ​ໍ່​ການ​ຮ້າຍ, ພິ​ເສດ​ແມ່ນກໍ່​ການ​ຮ້າຍ​ດ້ານ​ນິວ​ເຄຼຍ ແລະ ສະ​ພາບແຜ່ຂະ​ຫຍາຍ​ອາ​ວຸດ​ນິວ​ເຄຼຍ ສືບ​ຕໍ່​ແມ່ນ​ໄພ​ນາບ​ຂູ່​ສຳ​ລັບ​ສັນ​ຕິ​ພາບ, ຄວາມ​ສະ​ຫງົບ​ປອ​ດ​ໄພ, ພ້ອມທັງ​ສົ່ງ​ຜົນ​ສະ​ທ້​ອນ​ເຖິງ​ການ​ປະ​ຕິ​ບັດ​​ສິດ​ອັນ​ຊອບ​ທຳ​ຂອງ​ບັນ​ດາ​ປະ​ເທດ​ທີ່​ນຳ​ໃຊ້​ພະ​ລັງ​ງານ​ນິ​ວ​ເຄຼຍ​ເພື່ອ​ຮັບ​ໃຊ້​ການ​ພັດ​ທະ​ນາ. ຫວຽດ​ນ​າມ ໃຫ້​ຄຳ​ໝັ້​ນ​ສັນ​ຍາ ຈະ​ສືບ​ຕໍ່​ປະ​ກອບ​ສ່ວນ​ເຂົ້າ​ໃນ​ພື້ນ​ຖານ​ວັດ​ທະ​ນະ​ທຳ​ການ​ປ້ອງ​ກັນ​ຄວາມປອ​​ດໄພ​​ດ້ານ​ນິວ​ເຄຼຍລວ​ມ, ສ້າງ​ເງື​່ອ​ນ​ໄຂ​ໃຫ້​ການ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ນິວ​ເຄຼຍ, ໃນ​ນັ້ນ​ມີ​ການ​ພັດ​ທະ​ນາ​ພະ​ລັງ​ງານ​ນິວ​ເຄຼຍ ​ທີ່​ສະ​ຫງົ​ບປອດ​ໄພ.


ຂ່າວ/ບົດ​ອື່ນ