ບັນດາປະເທດສະມາຊິກຄະນະກຳມະການການປະມົງ ອາຊີ - ປາຊີຟີກ ຄວນຮ່ວມມື ແລະ ເປັນເອກະພາບ

ບັນດາປະເທດສະມາຊິກຄະນະກຳມະການການປະມົງ ອາຊີ - ປາຊີຟີກ ຄວນຮ່ວມມື ແລະ ເປັນເອກະພາບ - ảnh 1
ພາບປະກອບ: internet


(vovworld) - ຕອນ​ເຊົ້າ​ວັນ​ທີ 17/9 ຢູ່ ນະຄອນ Da Nang, ຜູ້ຕາງຫນ້າ​ບັນດາ​ປະ​ເທດ​ສະມາຊິກ​ຄະນະ​ກຳມະການ​ການປະມົງ ອາຊີ - ປາຊີ​ຟີ​ກ ​ໄດ້​ຈັດ​ກອງ​ປະຊຸມປຶກສາ​ຫາລື​ກ່ຽວ​ກັບ​ບັນດາ​ບັນຫາ​ກ່ຽວຂ້ອງ​ເຖິງ​ການ​ຄຸ້ມ​ຄອງ​ອາຊີບ​ຂຸດ​ຄົ້ນ ​ແລະ ລ້ຽງ​ປູກ​ສິນ​ໃນ​ນ້ຳ​ໃນ​ພາກ​ພື້ນ. ກອງ​ປະຊຸມ​ດັ່ງກ່າວ​​ໂດຍ​ແມ່ນກະຊວງກະສິກຳ ​ແລະ ພັດທະນາ​ຊົນ​ນະ​ບົດ ຫວຽດນາມ ​ເປັນ​ເຈົ້າພາບ​ຈັດ​ຕັ້ງ​ຂຶ້ນ ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ແທນ​ເກືອບ 100 ຄົນ​ທີ່​ຕາງຫນ້າ​ໃຫ້ 21 ປະ​ເທດ​ສະມາຊິກ ​ແລະ ອົງການ​ການປະມົງ​ຢູ່​ພາກ​ພື້ນ, ບັນດາ​ໂຄງການ​ພັດທະນາ, ອົງການ​ຂອງ​ສະຫະ​ປະຊາ​ຊາດ. ​ໃນການ​ເຮັດ​ວຽກ​ມາ​ເປັນ​ເວລາ 6 ວັນ, ກອງ​ປະຊຸມ​ໄດ້​ສຸມ​ໃສ່​ປຶກສາ​ຫາລື, ​ແລກປ່ຽນ​ກ່ຽວ​ກັບ​ສະພາບ​ການ ​ແລະ ທ່າ​ອ່ຽງພັດທະນາ​ຂອງ​ການປະມົງ ​ແລະ ລ້ຽງ​ປູກ​ສິນ​ໃນ​ນ້ຳ ຢູ່ ພາກ​ພື້ນ ອາຊີ - ປາຊີ​ຟີ​ກ. ທ່ານ Vu Van Tam ຮອງ​ລັດຖະມົນຕີ​ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ ຫວຽດນາມ ​ໃຫ້​ຮູ້​ວ່າ:

        “ຫວຽດນາມ ​ແມ່ນ​ສະມາຊິກ​ມີ​ຄວາມ​ຮັບຜິດຊອບ​ຂອງ​ຄະນະ​ກຳມະການ​ການປະມົງ ອາຊີ - ປາຊີ​ຟີ​ກ. ​ໃນ​ຊຸມ​ປີຜ່ານມາ ພວກ​ເຮົາ​ໄດ້​ມີ​ການ​ປະກອບສ່ວນ​ຫລາຍ​ຢ່າງ​ເຂົ້າ​​ບັນຫາ​ລວມ​ຂອງພາກ​ພື້ນ ​ແລະ ​ໂລກ ​ໃນ​ບັນຫາ​ຂຸດ​ຄົ້ນ​ການ​ລ້ຽງ​ປູກ​ສິນ​ໃນ​ນ້ຳ. ຜ່ານ​ກອງ​ປະຊຸມ ພວກ​ເຮົາ​ຮຳ່ຮຽນ​ເອົາ​ບົດຮຽນ​ຫລາຍ​ຢ່າງ​ຈາກ​ປະ​ເທດ​ເພື່ອນ​ມິດ ພິ​ເສດ ​ ​ການ​ປ້ອງ​ກັນ ​ແລະ ຕ້ານ​ໂລກລະບາດ​ໃນ​ການ​ລ້ຽງ​ປູກ​ສິນ​ໃນ​ນ້ຳ.”

 



ຂ່າວ/ບົດ​ອື່ນ