(vovworld) - ວັນທີ 28/02, ທ່ານກຳມະການຜູ້ຮັບຜິດຊອບກ່ຽວກັບງົບປະມານຂອງສະຫະພາບເອີລົບ (EU) Guenther Oettinger ຖະແຫຼງວ່າ ເຢຍລະມັນ ແລະ ບັນດາປະເທດປະກອບງົບປະມານສ່ວນຫຼາຍໃຫ້ ອີຢູ ຈະຕ້ອງປະກອບເຂົ້າງົບປະມານຂອງກຸ່ມນີ້ຕື່ມອີກ ພາຍຫຼັງທີ່ ອັງກິດ ຖອນອອກຈາກ ອີຢູ, ແຕ່ສິ່ງດັ່ງກ່າວບໍ່ໝາຍຄວາມວ່າບັນດາປະເທດນີ້ຕ້ອງແບກຫາບຈຳນວນເງິນທີ່ປະກອບທັງໝົດປະມານ 9 ຕື້ເອີໂລ ໃນແຕ່ລະປີຂອງອັງກິດ. ຍ້ອນງົບປະມານການເງິນຕ້ອງເພີ່ມລາຍຈ່າຍໃຫ້ວິກິດການຊາວອົບພະຍົບ, ແຜນການປ້ອງກັນລວມໝູ່ ແລະ ບັ້ນຮົບຕ້ານກໍ່ການຮ້າຍ, ສະນັ້ນ ອີຢູ ຈະຕັດງົບປະມານທີ່ສະຫງວນໃຫ້ບັນດາຂົງເຂດທີ່ມີມາແຕ່ດົນນານລົງຄື ໜູນຊ່ວຍດ້ານກະສິກຳ. ທ່ານ Oettinger ໃຫ້ຮູ້ວ່າ, ອັງກິດ ຈະຕ້ອງສືບຕໍ່ໜູນຊ່ວຍດ້ານການເງິນໃຫ້ບັນດາໂຄງການຂອງອີຢູ ນັບທັງພາຍຫຼັງທີ່ປະເທດນີ້ອອກຈາກອີຢູ ຄາດວ່າໃນປີ 2019.