ບັນດາປະເທດອີຢູເຫັນດີຮັບຮອງເອົາສົນທິສັນຍາParisກ່ຽວກັບການຕ້ານການປ່ຽນແປງຂອງດິນຟ້າອາກາດ
(ພາບປະກອບ)
(vovworld) - ວັນທີ 30/09, ລັດຖະມົນຕີກະຊວງສິ່ງແວດລ້ອມບັນດາປະເທດສະມາຊິກສະຫະພາບ ເອີລົບ (ອີຢູ) ໄດ້ເຫັນດີເປັນເອກະພາບຮັບຮອງເອົາສົນທິສັນຍາ Paris ກ່ຽວກັບການຕ້ານການປ່ຽນແປງຂອງດິນຟ້າອາກາດ, ໂດຍບໍ່ຫົວຊາຕໍ່ເລືອງສະພາແຫ່ງຊາດຫລາຍປະເທດສະມາຊິກຍັງບໍ່ທັນໃຫ້ສັດຕະຍາບັນສົນທິສັນຍານີ້. ຂໍ້ມູນຂ່າວດັ່ງກ່າວ ໂດຍທ່ານປະທານ ອີຢູ Donald Tusk ຮັບຮອງໃນໜ້າແວບສັງຄົມ Twitter. ທ່ານ Donald Tusk ຊີ້ແຈ້ງວ່າ: “ບັນດາປະເທດສະມາຊິກ ອີຢູ ທັງໝົດໄດ້ເຫັນດີຕໍ່ເລື່ອງຮັບຮອງເອົາສົນທິສັນຍາ Paris ໂດຍໄວ ສິ່ງທີ່ບາງຄົນຖືວ່າ ບໍ່ສາມາດເກີດຂຶ້ນນັ້ນ ໄດ້ກາຍເປັນພຶດຕິກຳຕົວຈິງ ” ໃນຂະນະນັ້ນ, ກ່າວຄຳເຫັນຕໍ່ວົງການນັກຂ່າວ ກຳມະການຮັບຜິດຊອບບັນຫາສິ່ງແວດລ້ອມຂອງ ອີຢູ ທ່ານ Miguel Arias Canete ຖືວ່າ: ເຫດການດັ່ງກ່າວ ເປັນຂີດໝາຍ “ວັນປະຫວັດສາດ, ເມື່ອບັນດາປະເທດ ອີຢູ ບໍ່ເມີນເສີຍຕໍ່ຄວາມສົງໄສທັງໝົດ ກ່ຽວກັບເລື່ອງກຸ່ມນີ້ ພ້ອມແລ້ວທີ່ຈະເຂົ້າຮ່ວມສົນທິສັນຍາ”. ມາຮອດປະຈຸບັນ 7 ປະເທດ ອີຢູ ໃນນັ້ນມີ ເຢຍລະມັນ ແລະ ຝະລັ່ງ ໄດ້ໃຫ້ສັດຕະຍາບັນສົນທິສັນຍາດັ່ງກ່າວແລ້ວ.