(vovworld) - ໃນລະຫວ່າງວັນທີ 08 – 09/08, ຢູ່ ຈາກາຕາ, ປະເທດອິນໂດເນເຊຍ ໄດ້ດຳເນີນກອງປະຊຸມສາກົນ ກ່ຽວກັບຂໍ້ຕົກລົງຮັບຮູ້ເຊິ່ງກັນ ແລະ ກັນກ່ຽວກັບຄົນງານດ້ານການທ່ອງທ່ຽວໃນອາຊຽນ (MRA-TP). ເຂົ້າຮ່ວມກອງປະຊຸມມີຜູ້ຕາງໜ້າບັນດາປະເທດອາຊຽນ; ບັນດາຄູ່ຮ່ວມເຈລະຈາຂອງອາຊຽນ, ບັນດາປະເທດບ້ານໃກ້ເຮືອນຄຽງ ແລະ ບັນດາອົງການສາກົນ. ຈຸດໝາຍຂອງກອງປະຊຸມນີ້ແມ່ນເພື່ອສ້າງຄວາມຮັບຮູ້ຢ່າງກ້ວາງຂວາງກວ່າກ່ຽວກັບດ້ານທັກສະພື້ນຖານ ແລະ ເພີ່ມທະວີການຮ່ວມມືພາຍໃນກຸ່ມອາຊຽນ ໃນຂົງເຂດທ່ອງທ່ຽວ, ໂຮງແຮມ ແລະ ແລກປ່ຽນຄົນງານ. ຜູ້ຕາງໜ້າຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມເຫດການ, ທ່ານ ເຈີນເຍີດຮ່ວາງ, ຮອບຫົວໜ້າກົມຮ່ວມມືສາກົນ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວໃຫ້ຮູ້ວ່າ, ບົນພື້ນຖານ MRA-TP ທີ່ໄດ້ຮັບການປະກາດ, ຫວຽດນາມ ພວມສ້າງປະມວນມາດຖານໃຫ້ເໝາະສົມ. ເລື່ອງຍົກສູງຄວາມຮັບຮູ້ກ່ຽວກັບ MRA-TP ໄດ້ຖືກຫວຽດນາມ ປະຕິບັດຢ່າງຕັ້ງໜ້າໃນໄລຍະຜ່ານມາ ຜ່ານການຈັດຕັ້ງບັນດາກອງປະຊຸມ, ກອງປະຊຸມສຳມະນາ, ການໂອ້ລົມສົນທະນາກ່ຽວກັບຂົງເຂດນີ້.
ທີ່ກອງປະຊຸມ, ອາຊຽນ MRA-TP ໄດ້ຮັບປະກາດຢ່າງເປັນທາງການ, ນີ້ແມ່ນໜຶ່ງໃນບັນດາຜົນງານລະອຽດຂອງການຮ່ວມມືອາຊຽນ ໃນຂົງເຂດການທ່ອງທ່ຽວ, ຜ່ານນັ້ນປະກອບສ່ວນເຂົ້າໃນປະຊາຄົມເສດຖະກິດອາຊຽນ (AEC).