ບັນດາປະເທດເພີ່ມທະວີກຳລັງປ້ອງກັນຄວາມສະຫງົບ
ພາບ:internet
|
(vovworld)- ພາຍຫລັງເຫດບຸກໂຈມຕີກໍ່ການຮ້າຍທີ່ນອງເລືອດເກີດຂຶ້ນ ຢູ່ ປາຣີ ໃນຕອນຄ່ຳວັນທີ 13/11, ບັນດາກຳລັງຕ້ານການກໍ່ການຮ້າຍ ຂອງອິນໂດເນເຊຍ ຖືກຈັດວາງໃນສະພາວະເຕືອນໄພສູງສຸດ ພິເສດ ພາຍຫລັງກຳລັງປ້ອງກັນຄວາມສະຫງົບຂອງປະເທດນີ້ ຄົ້ນພົບຫົວຮຸນແຮງຈຳນວນຫນຶ່ງ ຈາກຕາເວັນອອກກາງ ເຮັດລະບຽບການເຂົ້າເມືອງຄືນໃຫມ່ ແລະ ມີຫນ້າຢູ່ບາງບໍລິເວນມໍ່ກັບນະຄອນຫລວງ ຈາກາກຕາ. ທ່ານ Arief Dharmawan, ຮອງຜູ້ອຳນວຍການອົງການຕ້ານການກໍ່ການຮ້າຍແຫ່ງຊາດ ອິນໂດເນເຊຍ, ຫົວຫນ້າອົງການກວດກາ ໄດ້ຮັບຮູ້ວ່າ: ສະຖານທີ່ ສອງແຫ່ງຄື: ເມືອງ Cileduc ແລະ ທາງທິດໃຕ້ນະຄອນ Tangerang ຈະແມ່ນບ່ອນທີ່ພວກກໍ່ການຮ້າຍເລືອກເຟັ້ນເປັນຖານທີ່ໝັ້ນໃຫມ່. ນອກນັ້ນ ອິນໂດເນເຊຍ ກໍເພີ່ມທະວີການຕິດຕາມກວດກາບັນດາພົນລະເມືອງ ຫາກໍຖືກເນລະເທດຫວ່າງແລ້ວນີ້ ພາຍຫລັງເຂົາເຈົ້າເດີນທາງເຖິງ ຕວກກີ ແລະ ຊອກຫາວິທີເພື່ອພົວພັນຕິດຕໍ່ກັບອົງການ ລັດອິດສະລາມ ອ້າງຊື່ເອງ IS ຢູ່ ອີຣັກ ແລະ ຊີຣີ.
ແລະກໍໃນຕອນເຊົ້າວັນດຽວກັນ, ລັດຖະມົນຕີການເງິນ ເຢຍລະມັນ, Wolfgang Schauble ຖືວ່າ ເຢຍລະມັນ ອາດຈະຜັນຂະຫຍາຍພົນທະຫານພາຍໃນປະເທດ ໃນກໍລະນີຖືກບຸກໂຈມຕີຄືດັ່ງເຫດການຫາກໍເກີດຂຶ້ນຢູ່ ປາຣີ.