ຊິ້ນສ່ວນປີກຂອງເຮຶອບິນBoeing
ພາບ:AP
|
(vovworld)- ວັນທີ 3/8, ບັນດາຜູ້ຊ່ຽວຊານຈາກມາເລເຊຍ ໄປເຖິງຝລັ່ງ ເພື່ອເຂົ້າຮ່ວມການກວດຢັ້ງຢືນສະເກັດເຮືອບິນ Boeing ຊື່ງໄດ້ພົບເຫັນໃນອາທິດຜ່ານມາຢູ່ເກາະ Reunion ຂອງຝລັ່ງ. ຢູ່ ນະຄອນຫລວງ ປາຣີ, ຄະນະຜູ້ຊ່ຽວຊານ ມາເລເຊຍ ລວມມີສະມາຊິກ 5 ຄົນ ໂດຍການນຳກົມການບິນພົນລະເຮືອນ ນຳຫນ້າ ໄດ້ມີການພົບປະລັບກັບຜູ້ຕາງຫນ້າອຳນາດການປົກຄອງ ຝລັ່ງ ລວມມີບັນດາຜູ້ພິພາກສານຳຫນ້າການສືບສວນສອບສວນຄະດີອາຍາກ່ຽວກັບກໍລະນີເຮືອບິນ MH 370 ຖືກຫາຍສາບສູນ ແລະ ຜູ້ຕາງຫນ້າອົງການຕຳຫລວດພ້ອມກັບຜູ້ຊ່ຽວຊານຄະນະກຳມະການສືບສວນສອບສວນ ແລະ ໄຈ້ແຍກອຸປະຕິເຫດທາງອາກາດ. ພາຍຫລັງການພົບປະ, ບັນດາຜູ້ຊ່ຽວຊານ ມາເລເຊຍ ຈະເດີນທາງເຖິງ Toulouse ຊື່ງແມ່ນສະຖານທີ່ພົບເຫັນສະເກັດເຮືອບິນຖືກສົ່ງເຖິງ. ຄາດວ່າ ວຽກງານຄົ້ນຄ້ວາສະເກັດເຮືອບິນ ຈະເລີ່ມປະຕິບັດແຕ່ວັນທີ 4/8 ໂດຍມີການເຂົ້າຮ່ວມຂອງຜູ້ຊ່ຽວຊານ ມາເລເຊຍ ແລະ ບັນດາຜູ້ຊ່ຽວຊານກົມໃຫຍ່ອາວຸດຂຶ້ນກັບກະຊວງປອ້ງກັນປະເທດ ຝລັ່ງ. ບັນດາແຫລ່ງຂ່າວຝລັ່ງໃຫ້ຮູ້ວ່າ: ອຳນາດການປົກຄອງ ມາເລເຊຍ ມີບັນດາຂໍ້ມູນຂ່າວລັບກ່ຽວກັບກໍລະນີເຮືອບິນດັ່ງກ່າວຖືກຫາຍສາຍສູນ ແຕ່ມາຮອດປະຈຸບັນບໍ່ທັນເປີດເຜີຍເທື່ອ.