ບັນດາຜູ້ສະໝັກຮັບເລືອກຕັ້ງເປັນເລຂາທິການໃຫຍ່ສປຊໂຕ້ວາທີກ່ຽວກັບຄວາມສະເໝີພາບລະຫວາ່ງຍິງ-ຊາຍ
ທ່ານນາງ Irina bokova ແລະ ຜູ້ສະໝັກເລືອກຕັ້ງ Vesna Pusic
(ພາບ: AP)
(vovworld) - ວັນທີ 13/04, ສະມັດຊາໃຫຍ່ສະຫະປະຊາຊາດຊຸດທີ 70 ໄດ້ສິ້ນສຸດວາລະຊັກຖາມບໍ່ເປັນທາງການມື້ທີ 2 ຂອງບັນດາຜູ້ສະໝັກຮັບເລືອກຕັ້ງເປັນເລຂາທິການໃຫຍ່ສະຫະປະຊາຊາດ ດ້ວຍເລື່ອງເນັ້ນໜັກບັນຫາຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ - ຊາຍໃນອົງການນີ້. ໃນການຊັກຖາມນີ້, ບັນດາຜູ້ສະໝັກຮັບເລືອກຕັ້ງເປັນເລຂາທິການໃຫຍ່ສະຫະປະຊາຊາດໄດ້ຕອບຄຳຖາມທີ່ກ່ຽວຂ້ອງເຖິງເລື່ອງຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ - ຊາຍ ຢູ່ຂັ້ນການນຳສູງສຸດຂອງສະຫະປະຊາຊາດ, ໃນນັ້ນ ຜູ້ສະໝັກຮັບເລືອກຕັ້ງ Danilo Turk, ອະດີດປະທານາທິບໍດີ Slovenia, ໄດ້ຍົກອອກແນວຄວາມຄິດຕ້ອງຮັບປະກັນອັດຕາເພດຊາຍ ແລະ ເພດຍິງ ໃນຂັ້ນການນຳນີ້ໃຫ້ສະເໝີກັນ. ໃນຂະນະນັ້ນ, ຜູ້ສະໝັກເລືອກຕັ້ງ Vesna Pusic, ອະດີດລັດຖະມົນຕີການຕ່າງປະເທດ Croatia, ພັດເນັ້ນໜັກເຖິງບັນຫາຄັດເລືອກບັນດາທີູ່້ມີຄຸນສົມບັດດີທີ່ສຸດໃຫ້ການນຳທຸກຂັ້ນຂອງສະຫະປະຊາຊາດ… ຕາມທ່ານນາງ Irina bokova, ຜູ້ອຳນວຍການໃຫຍ່ອົງການສຶກສາວິທະຍາເສດ ແລະ ວັດທະນະທຳສປຊ (UNESCO), ເປັນໜຶ່ງໃນຈຳນວນຜູ້ສະໝັກຮັບເລືອກຕັ້ງເປັນເລຂາທິການໃຫຍ່ສະຫະປະຊາຊາດ ແລ້ວ, ຖ້າຫາກບໍ່ມີຄວາມສະເໝີພາບລະຫວ່າງຍິງ - ຊາຍ ຈະບໍ່ມີສັນຕິພາບ ແລະ ການພັດທະນາແບບຍືນຍົງ.