(vovworld) - ວັນທີ 1/7, ບັນດາຝ່າຍຄ້ານຢູ່ ຊີຣີ ໄດ້ປະຕິເສດແຜນການສັນຕິພາບ ໂດຍສະຫະປະຊາຊາດອາລັກຂາ ກ່ຽວກັບການມອບໂອນອຳນາດການເມືອງຢູ່ປະເທດຕາເວັນອອກກາງນີ້, ພ້ອມທັງຖະແຫຼງວ່າ: ຈະບໍ່ປະນິປະນອມ ກັບ ປະທານາທິບໍດີ Bashar Al Assad ຫຼື ບັນດາສະມາຊິກຂອງລະບອບປະຈຸບັນ. ກອງປະຊຸມສາກົນກ່ຽວກັບ ຊີຣີ ຖືກຈັດຂຶ້ນ ຢູ່ Geneva, ປະເທດສະວິດ ເມື່ອວັນທີ 30/6 ໄດ້ເຫັນດີເຫັນພ້ອມ ກັບແຜນການຂອງທູດພິເສດລວມຂອງສະຫະປະຊາຊາດ ແລະ ສະຫະພັນ ອາຣັບ ທ່ານ Kofi Annan, ເຊິ່ງຕາມນັ້ນແລ້ວ, ຮຽກຮ້ອງໃຫ້ສ້າງຕັ້ງລັດຖະບານໄລຍະຂ້າມຜ່ານຢູ່ ຊີຣີ, ແຕ່ເຖິງຢ່າງໃດກໍຕາມ, ດ້ວຍຄວາມຕັດສິນໃຈຂອງ ລັດເຊຍ, ຂໍ້ຕົກລົງທີ່ມີລັກສະນະປະນິປະນອມນີ້ ໄດ້ເປີດໂອກາດໃຫ້ ທ່ານ ປະທານາທິບໍດີ Bashar Al Assad ເຂົ້າຮ່ວມລັດຖະບານໄລຍະຂ້າມຜ່ານ.