ບັນດາຝ່າຍປາແລັດສະຕິນ ໂຮມປະຊຸມປຶກສາຫາລືກ່ຽວກັບແຜນການໂຮມຜືນແຜ່ນດິນຂອງ ອິດສະຣາແອັນ
(VOVWORLD) - ອໍານາດການປົກຄອງ ປາແລັດສະຕິນ (PA) ໄດ້ເຊື້ອເຊີນຜູ້ຕາງໜ້າບັນດາກຸ່ມຂະບວນການອິດສະລາມ Hamas ແລະ Jihad ເຂົ້າຮ່ວມກອງປະຊຸມໃນອາທິດນີ້ ເພື່ອປຶກສາຫາລື ແລະ ຮັບມືກັບການໂຮມບາງເຂດຂອງ ອິດສະຣາແອັນ ກັບເຂດຝັ່ງຕາເວັນຕົກແມ່ນໍ້າຈໍແດນທີ່ຢຶດຄອງໄດ້.
(ພາບປະກອບ: TTXVN) |
ແນວໂຮມປະຊາຊົນປົດປ່ອຍປາແລັດສະຕິນ (PELP) ກໍໄດ້ຮັບການເຊື້ອເຊີນເຂົ້າຮ່ວມກອງປະຊຸມປຶກສາຫາລືດັ່ງກ່າວ, ເຊິ່ງຄາດວ່າຈະດໍາເນີນໃນວັນທີ 16 ພຶດສະພາ ຈະມາເຖິງ ຢູ່ Ramallah. ເມື່ອແລກປ່ຽນກັບສື່ມວນຊົນ, ເຈົ້າໜ້າທີ່ຂັ້ນສູງ ຂອງ ອໍານາດການປົກຄອງ ປາແລັດສະຕິນ ໃຫ້ຮູ້ວ່າ ການຕັດສິນໃຈເຊື້ອເຊີນການນໍາບັນດາພັກຝ່າຍທີ່ແຕກຕ່າງກັນຂອງອໍານາດການປົກຄອງ ປາແລັດສະຕິນ ແມ່ນເພື່ອແນໃສ່ສົ່ງຄໍາກ່າວເຕືອນໃຫ້ ອິດສະຣາແອັນ ແລະ ອໍານາດການປົກຄອງ ຂອງປະທານາທິບໍດີ ອາເມລິກາ Donald Trump. ຕາມທ່ານປະທານາທິບໍດີ ປາແລັດສະຕິນ ແມ່ນຢາກໄດ້ຮັບການສະແດງຄວາມເຫັນດີເຫັນພ້ອມຂອງປະຊາຊົນ ປາແລັດສະຕິນ ກ່ຽວກັບແຜນການໂຮມດິນແດນຂອງ ອິດສະຣາແອັນ.