ຫົວໜ້າຄະນະເຈລະຈາ ກຳລັງລຸກຮືຂຶ້ນ ຊີຣີ Mohammad Alloushໃນການເຈລະຈາ ຢູ່ Astana ເມື່ອວັນທີ 16/2.
(ພາບ: EPA/TTXVN)
|
(vovworld) - ຮອບເຈລະຈາກ່ຽວກັບຊີຣີ ທີ່ນະຄອນຫຼວງ Astana ຂອງປະເທດ ກະຊັກສະຖານ ໄດ້ສິ້ນສຸດລົງເມື່ອວັນທີ 16/2 ດ້ວຍໝາກຜົນຕົ້ນຕໍແມ່ນຮັບຮອງເອົາຂໍ້ມາດຕາກ່ຽວກັບກຸ່ມປະສົມຕິດຕາມກວດກາຄຳສັ່ງຢຸດຍິງຢູ່ຊີີຣີ ແລະ ວາງອອກບັນດາມາດຕະການເພື່ອສ້າງຄວາມໄວ້ເມື່ອເຊື່ອໃຈລະຫວ່າງບັນດາຝ່າຍກ່ຽວຂ້ອງ. ທ່ານ Sergey Vershinin, ຫົວໜ້າກົມຕາເວັນອອກກາງ ແລະ ອາບຟຣີກາເໜືອ, ຂຶ້ນກັບກະຊວງການຕ່າງປະເທດ ລັດເຊຍ ໄດ້ເນັ້ນໜັກວ່າ: ກຸ່ມປະສົມລວມມີ ຜູ້ຕາງໜ້າຂອງ ລັດເຊຍ, ອີຣານ ແລະ ຕວກກີ ຈະເຄື່ອນໄຫວບົນພື້ນຖານປະຈຳການເພື່ອແນໃສ່ຮັກສາ ແລະ ປັບປຸງຄຳສັ່ງຢຸດຍິງຢູ່ ຊີຣີ. ການເຄື່ອນໄຫວຂອງກຸ່ມມີລັກສະນະດ້ານເຕັກນິກ, ແຕ່ຈະມີປະສິດທິຜົນສູງ, ຊ່ວຍປັບປຸງສະພາບການລວມ, ໜູນຊ່ວຍບັນດາການເຈລະຈາກ່ຽວກັບຊີຣີ ພາຍໃຕ້ການປົກປ້ອງຂອງ ສປຊ ບົນພື້ນຖານມະຕິເລກທີ 2254 ຂອງສະພາຄວາມໝັ້ນຄົງ ສປຊ.