ບັນດາພື້ນຖານເສດຖະກິດໃຫຍ່ຕ້ອງມານະພະຍາຍາມກວ່າອີກ ເພື່ອສະກັດກັ້ນສະພາບອຸນຫະພູມເພີ່ມຂຶ້ນໃນທົ່ວໂລກ

(VOVWORLD) -ຄາດວ່າ, COP 26 ຈະດຳເນີນຢູ່ Glasgow, ອັງກິດ ໃນເດືອນພະຈິກຈະມາເຖິງ.

ບັນດາພື້ນຖານເສດຖະກິດໃຫຍ່ໃນໂລກຕ້ອງມານະພະຍາຍາມຫຼາຍກວ່າ ທີ່ກອງປະຊຸມກ່ຽວກັບດິນຟ້າອາກາດຂອງສະຫະປະຊາຊາດ ເຊິ່ງດຳເນີນໃນເດືອນພະຈິກຈະມາເຖິງ ເພື່ອໃຫ້ເຂົາເຈົ້າມີຄວາມຈິ່ງຈັ່ງຢາແກ້ໄຂສະພາບອຸນຫະພູມເພີ່ມຂຶ້ນໃນທົ່ວໂລກ. ນີ້ແມ່ນຄຳຮຽກຮ້ອງຂອງ ທ່ານ John Kerry ທູດພິເສດຮັບຜິດຊອບບັນຫາດິນຟ້າອາກາດຂອງອາເມລິກາ ທີ່ກອງປະຊຸມກະກຽມໃຫ້ແກ່ກອງປະຊຸມບັນດາຝ່າຍ ເຂົ້າຮ່ວມສົນທິສັນຍາແມ່ຂອງສະຫະປະຊາຊາດກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (COP 26).

ທີ່ກອງປະຊຸມກະກຽມເຊິ່ງດຳເນີນຢູ່ Milan, ປະເທດ ອີຕາລີ, ໃນວັນທີ 02 ຕຸລາ, ທ່ານ John Kerry ໃຫ້ຮູ້ວ່າ, ປະຈຸບັນຫຼາຍປະເທດໄດ້ໃຫ້ຄຳໝັ້ນສັນຍາຈະມີການກະທຳ ເພື່ອກຳນົດອຸນຫະພູມທົ່ວໂລກເພີ່ມຂຶ້ນໃນລະດັບ 1,5 ອົງສາ C ແລະ ຫຼາຍປະເທດກໍ່ມີແນວຄວາມຄິດຄ້າຍຄືກັນ.

ຄາດວ່າ, COP 26 ຈະດຳເນີນຢູ່ Glasgow, ອັງກິດ ໃນເດືອນພະຈິກຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ