(vovworld) – ວັນທີ 29/12, ບັນດາບຸກຄົນຊາວມຸດສະລິມແຍກຕົວ ໄດ້ບຸກໂຈມຕີຕຳຫຼວດ ແລະ ຫ້ອງວ່າການລັດຖະບານຢູ່ພາກໃຕ້ຂອງໄທ, ເຮັດໃຫ້ພາລະກອນຜູ້ໜຶ່ງເສຍຊີວິດ ແລະ ໄດ້ຈັບຫຼາຍຄົນເປັນຕົວປະກັນ. 3 ແຂວງພາກໃຕ້ຂອງໄທ ແມ່ນ ປັດຕະນີ, ຢະລາ ແລະ ນະຣາທິວາດ, ເຊິ່ງແມ່ນສະຖານທີ່ມີຊາວມຸດສະລິມດຳລົງຊີວິດເປັນຈຳນວນຫຼວງຫຼາຍ ໄດ້ຕົກເຂົ້າສູ່ສະພາບຂາດສະຖຽນລະພາບ, ມີການໃຊ້ຄວາມຮຸນແຮງເກີດຂຶ້ນຢ່າງລຽນຕິດນັບແຕ່ເດືອນ 01/2004 ຍ້ອນບັນດາບຸກຄົນຊາວມຸດສະລິມແຍກຕົວ. ພາຍຫຼັງຂຶ້ນກຳອຳນາດເມື່ອປີ 2014, ອຳນາດການປົກຄອງຝ່າຍທະຫານໄທ ໄດ້ໃຫ້ຄຳໝັ້ນສັນຍານຳມາເຊິ່ງສັນຕິພາບໃຫ້ແກ່ພາກໃຕ້ຂອງໄທ ໃນຮອບເວລາ 1 ປີ. ຫວ່າງແລ້ວນີ້, ລັດຖະມົນຕີວ່າການກະຊວງການຕ່າງປະເທດໄທ ໄດ້ສະແດງຄວາມປະເອີບໃຈວ່າ ສະພາບການຂາດສະຖຽນລະພາບອາດຈະຢຸດຕິລົງໃນປີ 2016.