ບັນດາລັດຖະມົນຕີການຕ່າງປະເທດ ອາຊຽນເຫັນດີເປັນເອກະສັນກັນຊຸກຍູ້ສ້າງປະຊາ​ຄົມ ອາ​ຊຽນ

ບັນດາລັດຖະມົນຕີການຕ່າງປະເທດ ອາຊຽນເຫັນດີເປັນເອກະສັນກັນຊຸກຍູ້ສ້າງປະຊາ​ຄົມ ອາ​ຊຽນ - ảnh 1
ບັນດາລັດຖະມົນຕີການຕ່າງປະເທດຢູ່ກອງ​ປະຊຸມ​ວົງແຄບ​ລັດຖະມົນຕີການ​ຕ່າງປະ​ເທດ ອາ​ຊຽນ ​
(ພາບ: ສຳນັກຂ່າວສານຫວຽດນາມ)

ຄື​ດັ່ງ​ທີ່ໄດ້​ໃຫ້​ຂ່າວໄປ​ແລ້ວ, ກອງ​ປະຊຸມ​ວົງແຄບ​ລັດຖະມົນຕີການ​ຕ່າງປະ​ເທດ ອາ​ຊຽນ ​ໄດ້​ດຳ​ເນີນ​ໃນ​ວັນ​ທີ 11/1 ຢູ່​ນະຄອນ​ທ່ອງ​ທ່ຽວ Siem Reap ຂອງ​ລາຊະ​ອານາຈັກ ກຳປູ​ເຈຍ. ຕາມ​ນັກ​ຂ່າວ​ວິທະຍຸ​ກະຈາຍສຽງ​ຫວຽດນາມ​ປະຈຳ ກຳປູ​ເຈຍ​ແລ້ວ, ທີ່​ກອງ​ປະຊຸມຄັ້ງ​ນີ້, ບັນດາ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ຊຽນ​ໄດ້​ເຫັນ​ດີ​​ເປັນ​ເອກະສັນກັນ​ໃນ​ທັດສະນະ​ຊຸກຍູ້​ວິວັດ​ການ​ສ້າງ ປະຊາ​ຄົມ​ອາ​ຊຽນກ່ວາ​ອີກ, ​ແກ້​ໄຂ​ບັນດາ​ການ​ພິພາດ​ກັນ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ດ້ວຍ​ມາດ​ຕະການ​​​ສັນຕິ, ບົນ​ພື້ນຖານ​ກົດໝາຍ​ສາກົນ. ​ເນື້ອ​ໃນ​ຕົ້ນ​ຕໍ​ຂອງ​ກອງ​ປະຊຸມ​ແມ່ນ​ຊອກ​ຫາ​ທິດ​ທາງ​ການ​ເຄື່ອນ​ໄຫວ​ໃຫ້​ແກ່​ອາ​ຊຽນ​ໃນ​ປີ 2012 ດ້ວຍ​ຫົວ​ຂໍ້​ວ່າ: “ອາ​ຊຽນປະຊາ​ຄົມ​ຊາຕາກຳ​ໜຶ່ງດຽວ“. ໝາກຜົນ​ສຳຄັນ​ຂອງ​ກອງ​ປະຊຸມ​ແມ່ນ: ບັນດາ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ພ້ອມ​ກັນ​ເຫັນ​ດີ​ເປັນ​ເອກະສັນ​​ສຸມ​ໃສ່​ເຂົ້າ​ໃນ​ວິວັດທະ​ນາ​ການສ້າງ​ປະຊາ​ຄົມ​ອາ​ຊຽນຮອດ​ປີ 2015 ​ແລະ ປະຕິບັດ​ການ​ຮ່ວມ​ມື​ພາຍ​ໃນ​ກຸ່ມ​ອາ​ຊຽນ​ໃນ​ບັນດາ​ບັນຫາ​ໃຫຍ່​ໃນພາກ​ພື້ນ ​ແລະ ​ໃນ​ໂລກ. ກ່ຽວ​ກັບ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ, ທ່ານ​ລັດ​ຖະມົນຕີ​​ການ​ຕ່າງປະ​ເທດ​ຫວຽດນາມ ຟ້າ​ມບິນ​ມິນ ຖື​ວ່າ:

“ອາ​ຊຽນຕ້ອງ​ເພີ່ມ​ທະວີ​ການ​ຮ່ວມ​ມື ​ແລະ ຄວາມ​ສາມັກຄີ​ໃນ​ຫຼັກ​ໝັ້ນ​ກ່ຽວ​ກັບ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ, ​ແກ້​ໄຂ​ບັນ​ດາການ​ພິພາດ​ກັນຢູ່​ທະ​ເລ​ຕາ​ເວັນ​ອອກ​ດ້ວຍ​ມາດ​ຕະການ​ສັນຕິ​ວິທີ​ບົນ​ພື້ນຖານ​ກົດໝາຍ​ສາກົນ ​ແລະ ພິ​ເສດ​​ແມ່ນ​ຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ປະພຶດ​ຂອງ​ຝ່າຍ​ຕ່າງໆ​ບົນ​ທະ​ເລ (ຫຼື DOC) ​ແລະ ມຸ້ງ​ໄປ​ເຖິງ​ການສ້າງ​ລະ​ປຽບ​ການ​ກ່ຽວ​ກັບ​ການ​ປະພຶດ​ຕໍ່​ຢູ່​ທະ​ເລ​ຕາ​ເວັນ​ອອກ (ຫຼື COC). ນອກ​ຈາກນັ້ນ, ຫວຽດນາມ​ກໍ່ຊີ້​ແຈ້ງ​ບັນຫາ​ຕ້ອງ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຄວາມ​ສະຫງົບ​ຄື: ກູ້​ໄພ​ກູ້​ຊີບ​ບົນ​ທະ​ເລ ​ແລະ ບັນດາການ​ເຄື່ອນ​ໄຫວຮ່ວມ​ມື​ຕ່າງໆບົນ​ທະ​ເລ​ຕາ​ເວັນ​ອອກ​ເພື່ອ​ແນ​ໃສ່​ສ້າງ​ທະ​ເລ​ຕາ​ເວັນ​ອອກ​​ເປັນເຂດ​ສັນຕິພາບ, ມີສະຖຽນ​ລະ​ພາບ ”

ກ່ຽວ​ກັບ​ການ​ພົວພັນ​ຕ່າງປະ​ເທດ, ບັນດາ​ລັດຖະມົນຕີ​ການ​ຕ່າງ​ປະ​ເທດ​ອາ​ຊຽນ​ເຫັນ​ດີ​ເປັນ​ເອກະສັນ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ປະຊາ​ຄົມ​ ອາ​ຊຽນ ​ແລະ ລະຫວ່າງ ອາ​ຊຽນກັບ​ພາຍ​ນອກ. ສົ່ງ​ເສີມ​ບັນ​ດາ​ປະ​ເທດ​ຄູ່​ຮ່ວມ​ມື​ເຂົ້າ​ຮ່ວມ​ໃນ​ວິວັດ​ການ​ສ້າ​ງສັນຕິພາບ, ສະຖຽນ​ລະ​ພາບ​ໃນ​ພາກ​ພື້ນ.

                                                      ຕາມ​ນັກ​ຂ່າວ​ວິທະຍຸ​ກະຈາຍສຽງ​ຫວຽດນາມ​ປະຈຳ​ກຳປູ​ເຈຍ

ຂ່າວ/ບົດ​ອື່ນ