ບັນດາລັດຖະມົນຕີປ້ອງກັບປະເທດ ອາຊຽນ ປຶກສາຫາລືກ່ຽວກັບ ບັນຫາປ້ອງກັນຄວາມສະຫງົບ

ບັນດາລັດຖະມົນຕີປ້ອງກັບປະເທດ ອາຊຽນ ປຶກສາຫາລືກ່ຽວກັບ ບັນຫາປ້ອງກັນຄວາມສະຫງົບ - ảnh 1
(ພາບປະກອບ)
(vovworld) - ​​ ​ວັນ​ທີ 01/05, ແວບ​ໄຊ​ຂອງ​ລັດຖະບານ ບຣຸ​ໄນ ອອກ​ແຈ້ງ​ຂ່າວ​ໂດຍ​ໃຫ້​ຮູ້​ວ່າ ອາ​ຊຽນ ຈະ​ຈັດ​ກອງ​ປະຊຸມ​ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ (ADMM) ຄັ້ງ​ທີ 7, ກົນ​ໄກ​ປ້ອງ​ກັນ​ຄວາມ​ສະຫງົບ​ສຸງ​ສຸດ​​ໃນ​ກຸ່ມ, ຢູ່​ນະຄອນຫຼວງ Bandar Seri Begawan ຂອງ ບຣຸ​ໄນ ​ໃນ​ລະຫວ່າງ​ວັນທີ 06 – 08/05. ກອງປະ​ຊຸມ​ປະຈຳ​ປີ​ຂອງ ADMM ນີ້​ຈະ​ສຸມ​ໃສ່​ປຶກສາ​ຫາ​ລື ​ແລະ ​ແລກປ່ຽນ​ຄຳ​​ເຫັນ​ກ່ຽວ​ກັບ​ບັນດາ​ບັນຫາ​ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ​ໃນ​ປະຈຸ​ບັນ ກໍ​ຄື​ບັນດາ​ສິ່ງ​ທ້າ​ທາຍ​ເຊິ່ງພາກ​ພື້ນ​ພວມ​ປະ​ເຊີນ​ໜ້າ. ຫົວ​ຂໍ້​ຂອງ ADMM ປີ​ນີ້​ແມ່ນ “ພ້ອມ​ກັນ​ປົກປ້ອງ​ປະຊາຊົນ ​ແລະ ອະນາຄົດ​ຂອງ​ພວກ​ເຮົາ”, ເໝາະ​ສົມກັບ​ບັນດາ​ຄວາມ​ມານະ​ພະຍາຍາມ​ຂອງ​ອາ​ຊຽນ ​ໃນ​ການ​ສ້າງສາ ​ແລະ ມຸ່ງ​ໄປ​ເຖິງ​ປະຊາ​ຄົມ​ອາ​ຊຽນ ​ໃນ​ປີ 2015, ພິ​ເສດ​ແມ່ນ​ປະຊາ​ຄົມ​ການ​ເມືອງ - ​ຄວາມ​ໝັ້ນຄົງ​ອາ​ຊຽນ (APSC). ກອງ​ປະຊຸມ​ກໍ​ເພື່ອ​ແນ​ໃສ່​ຊຸກຍູ້​ຄວາມ​ໄວ​ເນື້ອ​ເຊື່ອ​ໃຈ​ເຊິ່ງກັນ ​ແລະ ກັນຜ່ານ​ນັ້ນ​ມີ​ຄວາມ​ເຂົ້າ​ໃຈ​ກັນ​ກວ່າ​ກ່ຽວ​ກັບ​ບັນດາ​ສິ່ງ​ທ້າ​ທ້າຍດ້ານ​ປ້ອງ​ກັນຊາ​ດ, ປ​້ອງກັນ​ຄວາມ​ສະຫງົບ ກໍ​ຄື​ເພີ່ມ​ທະວີ​ລັກສະນະ​ເປີດ​ເຜີຍ, ກະຈ່າງ​​ແຈ້ງ.
ຂ່າວ/ບົດ​ອື່ນ