ບັນດາວິສາຫະກິດ ຝລັ່ງ ລົງທຶນເຂົ້າຫວຽດນາມ ໄດ້ປະສົບຜົນສຳເລັດ
ພາບປະກອບ:internet
|
(vovworld)- ສະພາບແວດລ້ອມແຫ່ງການລົງທຶນຂອງຫວຽດນາມນັບມື້ນັບໄດ້ຮັບການປັບປຸງ ດ້ວຍນະໂຍບາຍມະຫາພາກເປັນປົກກະຕິ ແລະ ຖັນແຖວບຸກຄະລາກອນມີຄຸນນະພາບສູງ. ນີ້ແມ່ນຂໍ້ສັງເກດລວມຂອງບັນດານັກທຸລະກິດ ຝລັ່ງ ແລະ ນັກທຸລະກິດຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ຊື່ງໄດ້ຮັບການເຊີດຊູທີ່ພິທີມອບຫລຽນກາທີ່ລະນຶກ“ເພື່ອພາລະກິດພັດທະນາຂອງຂະແຫນງອຸດສາຫະກຳການຄ້າຫວຽດນາມ” ຊື່ງຖືກຈັດຂຶ້ນໃນວັນທີ 24/9 ຢູ່ ປາຣີ ປະເທດ ຝລັ່ງ ໂດຍມີການເຂົ້າຮ່ວມຂອງທ່ານ ຫວູຮູຍຮ່ວາງ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ. ນັກທຸລະກິດ ຝລັ່ງ Jacques de Chteauvieux ຜູ້ໄດ້ລົງທຶນຈຳນວນເງິນ 150 ລ້ານ ເອີໂຣ ເຂົ້າຫວຽດນາມ ຖືວ່າ: ບັນດາວິສາຫະກິດ ຝລັ່ງ ລົງທຶນເຂົ້າຫວຽດນາມ ໄດ້ປະສົບຜົນສຳເລັດເມື່ອສ້າງຄຸນຄ່າມີເຄື່ອງໝາຍການຄ້າ ຫວຽດນາມ ດ້ວຍຖັນແຖວບຸກຄະລາກອນຂອງທ້ອງຖິ່ນ, ການຫນູນຊ່ວຍດ້ານນິຕິກຳ ແລະ ການສະຫນັບສະຫນູນຈາກບັນດາການນຳ. ທ່ານ Jacques de Chteauvieux ຍັງຕີລາຄາສູງຄຸນນະພາບແຫລ່ງຊັບພະຍາກອນມະນຸດຂອງຫວຽດນາມ ບໍ່ພຽງແຕ່ໃຮການປະຕິບັດບັນດາຫນ້າທີ່ທີ່ໄດ້ຮັບການມອບໝາຍເທົ່ານັ້ນ ຫາກນັບທັງດ້ານບໍລິຫານບັນດາວິສາຫະກິດ ແລະ ສະເຫນີບັນດາແນວຄວາມຄິດທີ່ມີຫົວຄິດປະດິດສ້າງ. ຕາມທ່ານ Jacques de Chteauvieux, ບັນດາວິສາຫະກິດຂອງທ່ານຢູ່ ຫວຽດນາມ ໄດ້ມານະພະຍາຍາມເພື່ອເຮັດໃຫ້ບັນດາຕະຫລາດຕ່າງປະເທດຮັບຮູ້ຄຸນນະພາບຜະລິດຕະພັນຂອງຕົນບັນລຸລະດັບຄຸນນະພາບຊັ້ນນຳຂອງໂລກ ຜ່ານນັ້ນ ຄວາມໄວ້ເນື້ອເຊື່ອໃຈສຳລັບສິນຄ້າມີຕົ້ນກຳເນີດຈາກຫວຽດນາມ.