ບັນດາວິສາຫະກິດ ອາເມລິກາ ຢືນຢັນ ຈະດຳເນີນ ທຸລະກິດ ຢ່າງຍາວນານຢູ່ ຫວຽດນາມ

ບັນດາວິສາຫະກິດ ອາເມລິກາ ຢືນຢັນ ຈະດຳເນີນ ທຸລະກິດ ຢ່າງຍາວນານຢູ່ ຫວຽດນາມ  - ảnh 1
​ການ​​ໂອ້​ລົມ​ສົນທະນາ​ລະຫວ່າງ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ
ປະຈຳ​ອາ​ເມ​ລິ​ກາ ກັບ​ບັນດາ​ວິ​ສາ​ຫະກິດ​​ອາ​ເມ​ລິ​ກາ
(ພາບ: chinhphu.vn)


(vovworld) -     ສະພາບເສດຖະກິດ, ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ​ຢູ່​ຫວຽດນາມ ​ແລະ ການ​ພົວພັນ​ຫວຽດນາມ - ອາ​ເມ​ລິ​ກາ ​ໃນ​ປີ 2013 ​ແມ່ນ​ເນື້ອ​ໃນ​ຕົ້ນ​ຕໍຂອງ​ການ​​ໂອ້​ລົມ​ສົນທະນາ​ລະຫວ່າງ​ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ​ອາ​ເມ​ລິ​ກາ ຫງວຽນ​ກ໋ວກເກື່ອງ ກັບ​ບັນດາ​ວິ​ສາ​ຫະກິດ​ສະມາຊິກ​ຫ້ອງການ​ການ​ຄ້າ​ອາ​ເມ​ລິ​ກາ (USCC) ​ແລະ ສະພາ​ວິ​ສາ​ຫະກິດ​ອາ​ເມ​ລິ​ກາ - ອາ​ຊຽນ (USABC), ​ໃນ​ວັນ​ທີ 28/01. ຜູ້ຕາງໜ້າ​ບັນດາ​ວິ​ສາ​ຫະກິດ​ອາ​ເມ​ລິ​ກາ ​ໄດ້​ຕີ​ລາຄາ​ສູງ ​ແລະ ​ເຊື່ອ​ໝັ້ນ​ຕໍ່ຄວາມ​ມານະ​ພະຍາຍາມ​ຂອງ​ຫວຽດນາມ ​ໃນ​ໄລຍະ​ຜ່ານ​ມາ​ໄດ້​ຮັບປະກັນ​ເສດຖະກິດ​ມະຫາ​ພາກ​ເປັນປົກກະຕິ, ຄວບ​ຄຸມ​ໄພ​ເງິນ​ເຟີ້ ​ແລະ ສືບ​ຕໍ່ສ້າງ​ໂຄງ​ປະກອບ​ພື້ນຖານ​ເສດຖະກິດ​ຄືນ​ໃໝ່. ບັນດາ​ວິ​ສາ​ຫະກິດ​ອາ​ເມ​ລິ​ກາ​ ຢືນຢັນ​ວ່າຈະ​ດຳ​ເນີນ​ທຸລະ​ກິດຢ່າງ​ຍາວ​ນານ​ຢູ່​ຫວຽດນາມ, ຕີ​ລາຄາ​ສູງເລື່ອງ​ລັດຖະບານ​ຫວຽດນາມ ​​ໄດ້​ຖື​ສຽງ​ເວົ້າ​ຂອງ​ວິ​ສາ​ຫະກິດ​ອາ​ເມ​ລິ​ກາ​ ເປັນ​ສຳຄັນ ​ແລະ ພ້ອມ​​ແລ້ວ​ທີ່​ຈະ​ເຈລະຈາ, ຊອກ​ຫາ​ວິທີ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ໃນ​ສະພາບ​​ແວດ​ລ້ອມແຫ່ງການ​ລົງທຶນ. ບັນດາ​ວິ​ສາ​ຫະກິດ​ອາ​ເມ​ລິ​ກາ ​ຖື​ວ່າ​ ເລື່ອງ​ເຈລະຈາ TPP ສິ້ນ​ສຸດ​ໃນ​ປີ 2013 ​ແລະ ບັນ​ລຸ​ໄດ້​ຄາດໝາຍ​ຕົກລົງ​ສະ​ເໝີ​ພາບ, ທັນ​ສະ​ໄໝ​ມີ​ຄວາມ​ສຳຄັນ​ພິ​ເສດ​ທີ່​ມີ​ຕໍ່​ຍຸດ​ທະ​ສາດ​ແຫ່ງ​ການ​ລົງທຶນ ​ແລະ ​ເປີດ​ກວ້າງ​ການ​ດຳ​ເນີນ​ທຸ​ລະ​ກິດ​ຢູ່​ຫວຽດນາມ ​ເວົ້າ​ລວມ ​ແລະ ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ​ເວົ້າ​ສະ​ເພາະ.

ນີ້​ແມ່ນການ​ເຄື່ອນ​ໄຫວເປັນ​ຄັ້ງ​​ທຳ​ອິດ​ໃນ​ຂອບ​ເຂດ​ຂໍ້​ລິ​ເລີ່ມ​ເວທີ​ປາ​ໄສ​ຫວຽດນາມ 2013 ສ້າງ​ຊ່ອງ​ເຈລະຈາ​ປະຈຳ​ເດືອນ​ລະຫວ່າງ​ສະຖານທູດ​ຫວຽດນາມ ປະຈຳ​ອາ​ເມ​ລິ​ກາ ​ແລະ ບັນດາ​ວິ​ສາ​ຫະກິດ, ນັກຮຽນ​ຮູ້, ຜູ້​ຊ່ຽວຊານ ລະຫວ່າງ​ບັນດາ​ກະຊວງ, ຂະ​ແໜງ​ການ​ລັດຖະບານ​ອາ​ເມ​ລິ​ກາ, ປະກອບສ່ວນ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ດ້ານ​ເສດຖະກິດ - ການ​ຄ້າ​ລະຫວ່າງ 2 ປະ​ເທດ​ໃຫ້​ນັບ​ມື້​ນັບ​ມີ​ປະສິດທິ​ຜົນ ​ແລະ ​ກ້າວເຂົ້າ​ສູ່​ລວງ​ເລິກ.

ຂ່າວ/ບົດ​ອື່ນ