ບັນດາວິສາຫະກິດຕ້ອງໜູນຊ່ວຍການຜະລິດກະສິກຳທີ່ທັນສະໄໝ
ບັນດາວິສາຫະກິດຕ້ອງໜູນຊ່ວຍການຜະລິດກະສິກຳທີ່ທັນສະໄໝ
(ພາບ: baochinhphu.vn)
(vovworld) - ໃນການຕ້ອນຮັບຄະນະຜູ້ແທນເຂົ້າຮ່ວມພິທີເຊີດຊູ “ຜະລິດຕະພັນທີ່ມີຄຸນນະພາບສູງໃຫ້ລະດູການເກັບກ່ຽວໄດ້ຮັບຜົນດີ, ວິສາຫະກິດພັດທະນາຮ່ວມເດີນທາງພ້ອມກັບຂະບວນການກໍ່ສ້າງຊົນນະບົດໃໝ່” ໂດຍສະມາຄົມໃຫຍ່ກະສິກຳ ແລະ ພັດທະນາຊົນນະບົດຫວຽດນາມ ຈັດຕັ້ງໃນວັນທີ 16/12, ທ່ານຮອງນາຍົກລັດຖະມົນຕີ ເວືອງດິງເຫ້ວ ເນັ້ນໜັກວ່າ: ບັນດາວິສາຫະກິດກະສິກຳ ຕ້ອງພັດທະນາຢ່າງແຮງກວ່າອີກ, ເສີມຂະຫຍາຍຈິດໃຈນຳພາ, ໜູນຊ່ວຍສະຫະກອນ, ຊາວກະສິກອນພັດທະນາລະບົບການຜະລິດກະສິກຳທີ່ທັນສະໄໝ, ສ້າງໂຄງປະກອບການຜະລິດກະສິກຳຄືນໃໝ່ ແລະ ຍົກສູງມູນຄ່າຜະລິດຕະພັນອີງຕາມ 2 ປັດໃຈນັ້ນແມ່ນ: ສ້າງໂຄງປະກອບການຜະລິດກະສິກຳຄືນໃໝ່ ແລະ ເພີ່ມທະວີການນຳໃຊ້ວິທະຍາສາດເຕັກນິກ.