ບັນດາວິສາຫະກິດສ.ເກົາຫຼີ ໄດ້ມອບກວ່າ 200.000 USD ໃຫ້ແຂວງ ຫາຍເຢືອງ ເພື່ອປະຕິບັດວຽກງານສັງຄົມ

ບັນດາວິສາຫະກິດສ.ເກົາຫຼີ ໄດ້ມອບກວ່າ 200.000 USD ໃຫ້ແຂວງ ຫາຍເຢືອງ ເພື່ອປະຕິບັດວຽກງານສັງຄົມ - ảnh 1
(ພິທີ​ມອບ​ເງິນ 200.000 USD ​ໃຫ້​ແຂວງ ຫາຍ​ເຢືອງ)

(vovworld) - ພິທີ​ມອບ​ເງິນ 200.000 USD ​ໃຫ້​ແຂວງ ຫາຍ​ເຢືອງ ​ເພື່ອປະຕິບັດ​ວຽກ​ງານສັງຄົມ ​ໄດ້​ດຳ​ເນີນ​ໃນ​ວັນ​ທີ 24/12, ຢູ່​ສຳນັກງານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ​ຫາຍ​ເຢືອງ. ຈຳນວນ​ເງິນ​ດັ່ງກ່າວໂດຍ​ວິ​ສາ​ຫະກິດ ສ.​ເກົາຫຼີ 11 ​ແຫ່ງ​ທີ່ພວມ​ລົງທຶນຢູ່​ຫາຍ​​ເຢືອງ, ຮ່າ​ໂນ້ຍ ​ແລະ ອົງການ​ສົງ​ເສີມ​ການ​ຄ້າ, ການ​ລົງທຶນ​ສ.​ເກົາຫຼີ (KOTRA) ອຸປະຖຳ, ຊ່ວຍ​ແຂວງ​ຫາຍ​ເຢືອງ ກໍ່ສ້າງ​ເຮືອນ​ແຫ່ງ​ສາຍ​ຈິດ​ມິດ​ໃຈ, ໜູນ​ຊ່ວຍການ​ປິ່ນປົວ​ພະຍາດ​ໃຫ້​ເດັກ ​ແລະ ຄົນ​ເຈັບ​ທຸກ​ຍາກ, ມອບ​ທຶນ​ສຶກສາ, ​ເຮັດອະນາ​​ໄມສິ່ງ​ແວດ​ລ້ອມ.... ​ເນື່ອງ​ໃນ​​ໂອກາດ​ນີ້, ຝ່າຍ​ສ.​ເກົາຫຼີ ກໍ່​ມອບ​ໃຫ້​ແຂວງ​ຫາຍ​ເຢືອງ ປື້​ມ​ເລື່ອງສຳລັບ​ເດັກ ຫວຽດນາມ - ສ.​ເກົາຫຼີ 300 ຊຸດ.

        ສ.​ເກົາຫຼີ ພວມ​ແມ່ນ​ປະ​ເທດມີ​ຍອດ​ຈຳນວນ​ເງິນ​ລົງ​ທຶນ​ເຂົ້າ​ຫວຽດນາມ​ ໃຫຍ່​ອັນ​ດັບ 3 ​ໃນ​ຈຳນວນ​ບັນດາ​ນັກ​ລົງທຶນ​ຕ່າງປະ​ເທດ, ດ້ວຍ​ຈຳນວນ​​ເງິນ​ລົງທຶນ​ທັງ​ໝົດຂຶ້ນ​ເຖິງ 28,7 ຕື້ USD.

ຂ່າວ/ບົດ​ອື່ນ