ບັນດາວິສາຫະກິດຫວຽດນາມແລະUEAສວມບົດບາດສຳຄັນໃນການພົວພັນຫວຽດນາມ-UEA

ບັນດາວິສາຫະກິດຫວຽດນາມແລະUEAສວມບົດບາດສຳຄັນໃນການພົວພັນຫວຽດນາມ-UEA - ảnh 1
ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ພົບ​ປະ​ກັບ​ບາງວິ​ສາ​ຫະ​ກິດ​ອັນ​ດັບ​ໜຶ່ງ​ຂອງ UAE
(ພາບ: VGP/Lê Sơn)

(vovworld) –  ​​​ ບັນ​ດາ​ວິ​ສາ​ຫະ​ກິດ​ຫວຽດ​ນາມ​ ແລະ ສະ​ຫະ​ລັດ ອາ​ຣັບ ເອ​ມີ​ເຣັດ (UAE) ສວ​ມ​ບົດ​ບາດ​ສຳ​ຄັນ​ໃນ​ການ​ພົວ​ພັນ​ຫວຽດ​ນາມ - UEA - ນີ້​ແມ່ນ​ການຢັ້ງ​ຢືນ​ຂອງ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຫງວຽນ​ຊວນ​ຟຸກ ທີ່​ເວ​ທີ​ປາ​ໄສ ວິ​ສາ​ຫະ​ກິດ ຫວຽດ​ນາມ - ສະ​ຫະ​ລັດ ອາ​ຣັບ ເອ​ມີ​ເຣັດ (UAE), ໃນວັນ​ທີ 15/12, ທີ່​ນະ​ຄອນຫຼວງ Abu Ahabi, ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ UEA. ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ຫວັງ​ວ່າ: ຜ່ານ​ເວ​ທີ​ປາ​ໄສ​ນີ້, ວິ​ສາ​ຫະ​ກິດ 2 ປະ​ເທດ​ຈະເພີ່ມ​ທະ​ວີ​ການ​ຊອກ​ຮູ້, ກຳ​ແໜ້ນ​ໂອ​ກາດ​ຮ່ວມ​ມື​ລົງ​ທຶນ ດຳ​ເນີນ​ທຸ​ລະ​ກິດ. ພ້ອມ​ທັງ​ເຊື​່ອ​ໝັ້ນ​ວ່າ: ໄລ​ຍະ​ຈະ​ມາ​ເຖິງ ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ ແລະ UEA ຈະ​ສືບ​ຕໍ່​ພັດ​ທະ​ນາ​ກ່​ວາ​ອີກ.

        ແລະ​ກໍ່​ໃນ​ຕອນ​ຄ່ຳ​ວັນ​ດຽວ​ກັນ, ຢູ່ Gala Dinner ຫວຽດ​ນາມ - UEA, ທ່ານ ຫງວຽນ​ຊວນ​ຟຸກ ຢືນ​ຢັນ​ວ່າ: UEA ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຄູ່​ຮ່ວມ​ມື​ເສດ​ຖະ​ກິດ​ລາຍ​ໃຫຍ່​ຂອງ ຫວຽດ​ນາມ ຢູ່ ຕາ​ເວັນ​ອອກ​ກາງ ແລະ ອາບ​ຟ​ຣີ​ກາ​ເໜືອ. ຕາມນັ້ນ​ແລ້ວ, ວົງ​ເງິນ 2 ສົ້ນ​ໃນ​ປີ 2013 ລັນ​ລຸ 4,46 ຕື້ USD, ຫຼາຍ​ກຸ່ມບໍ​ລິ​ສັດ​ອັນ​ດັບ​ໜຶ່ງ​ຂອງ UEA ຄື: DP World, IPIC… ຖື​ເປັນ​ສຳ​ຄັນ ແລະ ເອົາ​ໃຈ​ໃສ່​ເຖິງ​ຍຸດ​ທະ​ສາ​ດ​ລົງ​ທຶນ​ເຂົ້າ ຫວຽດ​ນາມ. ນີ້​ແມ່ນ​ບັນ​ດາ​ສັນ​ຍານ​ຕັ້ງ​ໜ້າ​ເພື່ອ​ໃຫ້​ການ​ພົວ​ພັນ 2 ປະ​ເທດ​ພັດ​ທະ​ນາ​ນັບ​ມື້​ນັບ​ດີ​ງາມ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ຫວັງ​ວ່າ: ຜ່ານ​ເວ​ທີ​ປາ​ໄສວິ​ສາ​ຫະ​ກິດ 2 ປະ​ເທດ ແລະ ເຫດ​ການ “ຊຸມ​ວັນ ຫວຽດ​ນາມ ຢູ່ UEA”, ວິ​ສາ​ຫະ​ກິດ 2 ປະ​ເທດ​ເພີ່ມ​ທະ​ວີ​ບັນ​ດາ​ການ​ເຄື່ອນ​ໄຫວ​ຊອກ​ຮູ້​ເພື່ອ​ກຳ​ແໜ້ນ​ໂອ​ກາດ​ຮ່ວມ​ມື​ລົງ​ທຶນ, ດຳ​ເນີນ​ທຸ​ລະ​ກິດ​ກ່​ວາ​ອີກ.

        ກໍ່​ໃນ​ຕອນ​ບ່າຍ​ວັນ​ທີ 15/12, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ໄດ້​ຢ້ຽມ​ຢາມ ແລະ ໂອ້​ລົມ​ກັບ​ພະ​ນັກ​ງານ​ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ UEA ແລະ ປະ​ຊາ​ຄົມ​ຊາວ ຫວຽດ​ນາມ ພວມ​ດຳ​ລົງ​ຊີ​ວິດ​ຢູ່ UEA.


ຂ່າວ/ບົດ​ອື່ນ