(vovworld) - ຫວຽດນາມ ແມ່ນປະເທດນຳໜ້າໃນສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ເຊິ່ງວິສາຫະກິດອາເມລິກາ ຕີລາຄາວ່າ ແມ່ນຕະຫຼາດຄາດໝາຍເພື່ອເປີດກວ້າງການດຳເນີນທຸລະກິດ ແລະ ລົງທຶນໃນປີ 2017. ນີ້ແມ່ນໝາກຜົນການສຳຫຼວດລ້າສຸດກ່ຽວກັບແງ່ຫວັງດຳເນີນທຸລະກິດດ້ານການຄ້າປີ 2017 ຢູ່ບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ ເຊິ່ງຫ້ອງການການຄ້າອາເມລິກາ (Amcham) ຫາກໍປະກາດ. ຕາມນັ້ນແລ້ວ, ມີ 40% ວິສາຫະກິດອາເມລິກາ ຖືວ່າ, ຫວຽດນາມ ແມ່ນປະເທດແຖວໜ້າໃນອາຊຽນ ເພື່ອໃຫ້ເຂົາເຈົ້າເປີດກວ້າງການດຳເນີນທະລຸກິດ ແລະ ລົງທຶນໃນປີ 2017, ຖັດຈາກນັ້ນແມ່ນອິນໂດເນເຊຍ, ມຽນມາ, ໄທ, ຟິລິບປີນ. ຫວຽດນາມ ກໍນຳໜ້າໃນບັນດາປະເທດອາຊຽນ ກ່ຽວກັບການດຶງດູດເງິນລົງທຶນຈາກບັນດາວິສາຫະກິດອາເມລິກາ ແລະ ກໍຕາມການສຳຫຼວດແລ້ວ, ມີວິສາຫະກິດອາເມລິກາ ປະມານ 50% ຖືວ່າ, ການເຊື່ອມໂຍງຂອງອາຊຽນ ມີການກະທົບຢ່າງຕັ້ງໜ້າເຖິງການລົງທຶນດຳເນີນທຸລະກິດຂອງບັນດາວິສາຫະກິດອາເມລິກາ ຢູ່ຫວຽດນາມ.
ໝາກຜົນການສຳຫຼວດດັ່ງກ່າວໄດ້ຮັບການປະຕິບັດ ແລະ ສັງລວມໂດຍອີງຕາມຄຳເຫັນຈາກຜູ້ອຳນວຍການຝ່າຍບໍລິຫານວິສາຫະກິດນັບພັນຄົນ (ເຊິ່ງແມ່ນສະມາຊິກຂອງ Amcham ສິງກະໂປ ກໍຄືຫ້ອງການການຄ້າອາເມລິກາ ຢູ່ບັນດາປະເທດອາຊຽນ) ທີ່ພວມເຄື່ອນໄຫວດຳເນີນທຸລະກິດ ແລະ ລົງທຶນຢູ່ບັນດາປະເທດອາຊຽນ.