ການພົບປະສົນທະນາກ່ຽວກັບໄປສະນີ ຫວຽດນາມ
ພາບ:internet
|
(vovword) - ເປີດປະຕູຕະຫລາດໄປສະນີ: “ກາລະໂອກາດ ແລະ ສິ່ງທ້າທາຍ” ນັ້ນແມ່ນຫົວຂໍ້ຂອງການພົບປະສົນທະນາ ໂດຍຫນັງສືພິມໄປສະນີ ຫວຽດນາມ, ກົມໄປສະນີ ຈັດຕັ້ງຂຶ້ນໃນຕອນເຊົ້າວັນທີ 3/5 ຢູ່ ຮ່າໂນ້ຍ. ທີ່ການພົບປະສົນທະນາ, ບັນດາຜູ້ແທນເປັນເອກະພາບໂດຍຖືວ່າ: ຕະຫລາດໄປສະນີ ຫວຽດນາມ ມີຄວາມສາມາດບົ່ມຊ້ອນຫລາຍຢ່າງ ແຕ່ບັນດາວິສາຫະກິດພາຍໃນປະເທດຂຸດຄົ້ນບໍ່ທັນມີປະສິດທິຜົນ, ຕະຫລາດຖືກແກ້ງແຍ້ງຈາກບັນດາວິສາຫະກິດຕ່າງປະເທດ. ທ່ານ Nguyen Thai Khang ຫົວຫນ້າຄະນະເທັກໂນໂລຊີຂໍ້ມູນຂ່າວສານ ແລະ ໂທລະຄົມ ສັງກັດຫນັງສືພີມໄປສະນີ ຫວຽດນາມ ຖືວ່າ:
“ບັນດາວິສາຫະກິດໄປສະນີ ຫວຽດນາມ ຄວນມີການຮ່ວມສຳພັນຢ່າງແຫນ້ນແຟ້ນ ເພາະວ່າ ກຳລັງແຮງຂອງບັນດາວິສາຫະກິດບໍ່ສະເໝີກັນ ແລະ ວິສາຫະກິດໃຫຍ່ບໍ່ມີຫລາຍ. ສະນັ້ນ ບັນດາວິສາຫະກິດຄວນຮ່ວມມືນຳກັນເພື່ອເສີມຂະຫຍາຍດ້ານດີເພື່ອພ້ອມກັນພັດທະນາ. ”