ບັນດາສະຖານທີ່ທ່ອງທ່ຽວ“ດຶງດູດ”ແຂກທ່ອງທ່ຽວໃນຊຸມວັນພັກການ

ບັນດາສະຖານທີ່ທ່ອງທ່ຽວ“ດຶງດູດ”ແຂກທ່ອງທ່ຽວໃນຊຸມວັນພັກການ - ảnh 1
(ພາບປະກອບ)

(vovworld) - ວັນທີ່ 30/04 ​ແລະ 01/05, ບັນ​ດາ​ສະຖານ​ທີ່ທ່ອງ​ທ່ຽວ, ພິ​ເສດ​ແມ່ນ​ຢູ່​ບັນ​ດາ​ເຂດ​ທະ​ເລ ​​ໄດ້ດຶງ​ດູດ​ແຂກ​ທ່ອງ​ທ່ຽວ​ພາຍ​ໃນ​ປະ​ເທດ ​ແລະ ຕ່າງປະ​ເທດ​​ເປັນຈຳນວນ​ຫລວງຫລາຍ.

        ​ໃນ​ລະຫວ່າງ​ວັນ​ທີ 30/04 – 02/05, ​ແຕ່​ລະ​ມື້​ມີ​ແຂກ​ທ່ອງ​ທ່ຽວ​ປະມານ 150.000 ​ເຖິງ 160.000 ​ເທື່ອ​ຄົນ ມາ​ຢ້ຽມ​ຊົມ, ອາຍ​ນ້ຳ​ທະ​ເລ ​ເກືອ​ລໍ່. ນອກ​ຈາກ​ແຂກ​ທ່ອງ​ທ່ຽວ​ພາຍ​ໃນ​ປະ​ເທດ, ຍັງ​ມີ​ແຂ​ກທ່ອງ​ທ່ຽວ​ຫລາຍ​ຄົນ​ທີ່​ມາ​ຈາກປະ​ເທດ ລາວ, ​ໄທ.

        ​ໃນ​ໂອກາດ​ນີ້, ຈຳນວນ​ແຂກ​ທ່ອງ​ທ່ຽວ​ມາ​ຢ້ຽມຢາມ​ຢູ່​ແຂວງ ບິ່ງ​ດິ້ງ ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ແຮງ. ດ້ວຍ​ຈຳນວນ​​ແຂກ​ທ່ອງ​ທ່ຽວ ຄາດ​ວ່າ​ບັນລຸ​ກ່ວາ 38.000 ​ເທື່ອ​ຄົນ (​ເພີ່ມ​ຂຶ້ນ 52% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ 2015).

       

ຂ່າວ/ບົດ​ອື່ນ