ບັນດາສະມາຄົມ,ຄະນະມິດຕະພາບຝຣັ່ງ-ຫວຽດນາມກ່າວປະນາມການກະທຳຕັ້ງຮ້ານເຈາະນ້ຳມັນຜິດກົດໝາຍຂອງຈີນ

ບັນດາສະມາຄົມ,ຄະນະມິດຕະພາບຝຣັ່ງ-ຫວຽດນາມກ່າວປະນາມການກະທຳຕັ້ງຮ້ານເຈາະນ້ຳມັນຜິດກົດໝາຍຂອງຈີນ - ảnh 1
ສະມາຄົມມິດຕະພາບ ຝຣັ່ງ -  ຫວຽດນາມຈັດຕັ້ງວັນບຸນ “ມິດຕະພາບ, ສາມັກຄີກັບ ຫວຽດນາມ”

(vovworld) - ​ໃນ​ແຈ້ງ​ການຝາກ​ເຖິງ​ສະຖານທູດ ຫວຽດນາມ ປະຈຳ ຝຣັ່ງ ​ໃນ​ວັນ​ທີ 13/5, ສະມາຄົມ​ມິດຕະພາບ ຝຣັ່ງ - ຫວຽດນາມ (AAFV) ​ໄດ້​ກ່າວ​ປະນາມ​ການ​ກະທຳ​ລະ​ເມີດ​ກົດໝາຍ​ສາກົນ​ຂອງ ຈີນ ​ເມື່ອ​ຕັ້ງ​ຮ້າຍ​ເຈາະ​ນ້ຳ​ມັນ ​ໄຮ​ຢາງ 981 ​ໃນ​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ເຂດ​ໄຫຼ່​ທະວີ​ບຂອງ​ຫວຽດນາມ. ​ແຈ້ງ​ການເນັ້ນ​ໜັກ​ວ່າ: “ສປ ຈີນ ​ໄດ້​ລະ​ເມີດ​ກົດໝາຍ​ສາກົນ​ເມື່ອ​ຈັດ​ວາງ​ທັດສະນະ​ຂອງ​ຕົນ, ​​ໄປ​ຝືນ​ກັບ​ບັນດາ​ການ​ພົວພັນ​ຮ່ວມ​ມື​ທີ່​ໄດ້​ຮັບ​ການ​ສ້າງ​ຕັ້ງ ​ແລະ ບັນດາ​ຂໍ້​ຕົກລົງ​ລະຫວ່າງ ສປ ຈີນ ​ກັບ​ບັນດາ​ປະ​ເທດ ອາ​ຊຽນ, ພິ​ເສດ​ແມ່ນ​ຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ປະພຶດ​ຂອງ​ບັນດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC)”. ​ແຈ້ງ​ການ​ກໍ່​ຮຽກ​ຮ້ອງ ຈີນ ຖອນ​ຮ້າ​ນ​ເຈາະ​ນ້ຳມັນ​ໄຮ​ຢາງ 981 ອອກ​ຈາ​ກ​ເຂດ​ນ່ານທະ​ເລ ຫວຽດນາມ, ຢຸດຕິ​ການ​ກະທຳ​ຈັດ​ວາງ ພ້ອມ​ທັງ​ເຄົາລົບ​ຄຳ​ໝັ້ນ​ສັນຍາ​ຮຽບຮຽງ​ປະມວນ​ຂໍ້​ກຳນົດ​ມີ​ລັກສະນະ​ບັງຄັບ (COC) ​ໃນ​ໄລຍະ​ໄວ​ທີ່​ສຸດ. ຄຽງ​ຄູ່​ກັນ​ນັ້ນ, ທ່ານ​ນາງ Hélène Luc, ສະມາ​ຊິກສະພາ​ສູງ​ກິຕິ​ມະ​ສັກ, ປະທານ​ກິ​ຕິ​ມະ​ສັກ​ສະມາຄົມ​ມິດຕະພາບ ຝຣັ່ງ - ຫວຽດນາມ ​ໄດ້​ຂຽນ​ຈົດໝາຍ​ສະ​ແດງ​ນ້ຳ​ໃຈ​ສະມັກ​ຄີ​ກັບ ຫວຽດນາມ. ນອກຈາກ​ນັ້ນ, ສະມາຄົມ “ບັນດາ​ເພື່ອນ​ມິດ ຝຣັ່ງ - ຫວຽດນາມ” ​ເຄື່ອນ​ໄຫວ​ສະ​ເພາະ​ໃນ​ຂົງ​ເຂດ​ມະນຸດສະທຳ, ໜູນ​ຊ່ວຍ​ປະຊາຊົນ​ຜູ້​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຢູ່​ບັນດາ​ເຂດ​ຫ່າງ​ໄກ​ຊອກ​ຫຼີກ, ​ເຂດ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ຢູ່ ຫວຽດນາມ ມີ​ຈົດໝາຍ​ທາງ​ການ​ຝາກ​ເຖິງ​ກະຊວງ​ການ​ຕ່າງປະ​ເທດ, ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ ​ແລະ ສະຖານ​ທູ​ດ ຫວຽດນາມ ​ໃນ​ວັນ​ທີ 9/5/2014 ​ໂດຍ​ຄັດຄ້ານ​ການ​ກະທຳ​ດັ່ງກ່າວຂອງ​ຈີນ.

 

ຂ່າວ/ບົດ​ອື່ນ