ບັນດາສະມາຊິກສະພາສູງ ອາເມລິກາ ແນະນຳມະຕິ ສະໜັບສະໜູນ DOC

ບັນດາສະມາຊິກສະພາສູງ ອາເມລິກາ ແນະນຳມະຕິ ສະໜັບສະໜູນ  DOC  - ảnh 1
ທ່ານ​ສະມາຊິກ​ສະພາ​ສູງອາເມລິກາ John McCain
(ພາບ: ອີນເຕີເນັດ)

(vovworld) - ວັນ​ທີ 24/7, ຕາມ​ເວລາ ​ອາ​ເມ​ລິ​ກາ, ສະມາຊິກ​ສະພາ​ສູງ ອາ​ເມ​ລິ​ກາ John Kerry, ປະທານ​ກຳມາ​ທິການ​ການ​ຕ່າງປະ​ເທດ​ສະພາ​ສູງ ອາ​ເມ​ລິ​ກາ, ພ້ອມ​ກັບ​ບັນດາ​ສະມາຊິກ​ສະພາ​ສູງ Jim Webb, Lugar, Jamer Inhofe ​ແລະ Lieberman ​ໄດ້​ແນະນຳ​ມະຕິ S.Res 524 ຢູ່​ສະພາ​ສູງ ອາ​ເມ​ລິ​ກາ, ​ໃນ​ນັ້ນ ​ໄດ້​ຢັ້ງຢືນ​ຄືນ​ໃໝ່​ການ​ສະໜັບສະໜູນ​ຢ່າງ​ແຮງ​ຂອງ ອາ​ເມ​ລິ​ກາ ທິ່ມີ​ຕໍ່​ຖະ​ແຫຼ​ງການ DOC ກ່ຽວ​ກັບ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ​ລະຫວ່າງ​ບັນດາ​ປະ​ເທດ​ໃນ​ກຸ່ມ ອາ​ຊຽນ ​ແລະ ຈີນ ​ເຊິ່ງ​ໄດ້​ຮັບ​ການ​ລົງ​ນາມ​ໃນ​ປີ 2002. ມະຕິ ​ໄດ້​ຄັດ​ສະ​ເໜີ​ຖະ​ແຫຼ​ງການ DOC ​ໃນ​ນັ້ນ​ຊີ້​ແຈງ​ວ່າ: ລັດຖະບານ​ຂອງ​ບັນດາ​ປະ​ເທດ ອາ​ຊຽນ ​ແລະ ຈີນ  ​ໄດ້​ຢັ້ງຢືນ​ຈະ​ປະຕິບັດ​ດ້ວຍ​ຄວາມ​ລະງັບ​ໃຈ​ໃນ​ວິວັດ​ການ​ຜັນ​ຂະຫຍາຍ​ການ​ເຄື່ອນ​ໄຫວ​ຕ່າງໆ, ຫຼີກ​ລ້ຽງ​ເຮັດ​ໃຫ້​ສະພາບ​ການ​ພິພາດ​ກັນ ສັບສົນ ​ແລະ ປິນຂັ້ນ​ໄດ, ​ໃຫ້​ຄຳ​ໝັ້ນ​ສັນຍາ​ການ​ເດີນ​ທະ​ເລ​ໂດຍ​ເສລີ ຢູ່​ທະ​ເລ​ຕາ​​ເວັນ​ອອກ, ປະຕິບັດ​ສົນທິສັນຍາ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ ປີ 1982 ຂອງ ສະຫະ​ປະຊາ​ຊາດ. ມະຕິ ​ໂດຍ​ບັນດາສະມາຊິກ​ສະພາ​ສູງ ອາ​ເມ​ລິ​ກາ ຮຽບຮຽງ ກໍ​ຊຸກຍູ້​ບັນດາ​ປະ​ເທດ​ສະໜັບສະ​ໜູນ​ບັນດາ​ຄວາມ​ມານະ​ພະຍາຍາມ​ຂອງ ອາ​ຊຽນ ​ໃນ​ບັນຫາ​ນີ້ ຢ່າງ​ຍາວ​ນານ. ​ໃນ​ຂະນະ​ທີ່ ຍັງ​ບໍ່​ທັນ​ຮັບຮອງ​ເອົາ​ຂໍ້​ກຳນົດ​ການ​ປະພຶດ​ຂ​ອງ ຝ່າຍ​ຕ່າງໆ ຢູ່​ທະ​ເລ​ຕາ​ເວັນ​ອອກ (ຫຼື COC), ຝ່າຍ​ຕ່າງໆ ຕ້ອງ​ປະຕິບັດ DOC ຢ່າງ​ເຂັ້​ມງວດ, ສະໜັບສະໜູນ​ບັນດາ​ບາດກ້າວ​ຮ່ວມ​ມື, ພົວພັນ​ຕ່າງປະ​ເທດ ຂອງ​ບັນດາ​ປະ​ເທດ ທີ່​ມີ​ການ​ພິພາດ​ກັນ ​ເພື່ອ​ແກ້​ໄຂ​ການ​ພິພາດ​ອະທິປະ​ໄຕ ​ແລະ ໜູນ​ຊ່ວຍ​ບັນດາ​ຝ່າຍ​ແກ້​ໄຂ​ບັນດາ​ການ​ພິພາດ​ກັນ​ໂດຍສັນຕິ​ວິທີ ດ້ວຍ​ການ​ນຳ​ໃຊ້​ກົດໝາຍ​ສາກົນ.

​ໃນ​ສະພາບ​ການ​ທີ່​ກ່ຽວຂ້ອງ, ວັນ​ທີ 25/7, ຕາ​ມ​ເວລາ ອາ​ເມ​ລິ​ກາ, ທ່ານ​ສະມາຊິກ​ສະພາ​ສູງ John McCain, ຮອງ​ປະທານ​ກຳມາ​ທິການ​ກຳລັງ​ທະຫານ ສະພາ​ສູງ ອາ​ເມ​ລິ​ກາ ​ໄດ້​ຖະ​ແຫຼ​ງ ຄັດຄ້ານ​ການ​ກະທຳ ​ໃນ​ເວລາ ມໍ່ໆ​ມາ​ນີ້​ຂອງ ຈີນ ຢູ່​ທະ​ເລ​ຕາ​ເວັນ​ອອກ. ທ່ານ​ສະມາຊິກ​ສະພາ​ສູງ John McCain ຖື​ວ່າ: ຂໍ້​ຕົກລົງ​ຂອງ ຄະນະ​ພັກ​ການ​ທະຫານ​ສູນ​ກາງ ຈີນ ຜັນ​ຂະຫຍາຍ​ທະຫານ ​ໄປ​ຍັງ​​ເກາະ​ແຫ່ງ​ຕ່າງໆ​ຢູ່​ເຂດ​ທະ​ເລ​ຕາ​ເວັນ​ອອກ, ​ບັນດາ​ເກາະ​ແຫ່ງ​ນີ້ ​ຫວຽດນາມ​ ກໍ່​ໄດ້​ຖະ​ແຫຼ​ງອະທິປະ​ໄຕ, ນີ້​ແມ່ນ​ຂໍ້​ຕົກລົງ​ເກາະ​ຜິດ​ທີ່​ບໍ່​ຈຳ​ເປັນ, ບັນດາ​ການ​ກະທຳ​ນັ້ນ​ກໍ​ຄວາມ​ເສຍ​ຫວັງ ​ແລະ ບໍ່​ສົມ​​ເປັນປະ​ເທດມະຫາອຳ​ນາດ​ທີ່​ມີ​ຄວາມ​ຮັບຜິດຊອບ. ອາ​ເມ​ລິ​ກາ ຕ້ອງສືບ​ຕໍ່​ຊຸກຍູ້​ທຸກໆ ຝ່າຍ​ທີ່ຖະ​ແຫຼ​ງ​ອະທິປະ​ໄຕ​ຢູ່​ທະ​ເລ​ຕາ​ເວັນ​ອອກ ຈົ່ງຊອກ​ຫາ​ມາດ​ຕະການຫຼາຍ​ຝ່າຍ ​ແລະ ສັນ​ຕິພາບ ​ໂດຍ​ອີງ​ຕາມ​ກົດ​ໝາຍ​ສາກົນ ພ້ອມ​ທັງ​ປະຕິບັດ​ບັນ​ດາ​ຫຼັກການ​ເດີນ​ທະ​ເລ​ເສລີ ຢູ່​ບັນດາ​ເຂດ​ທະ​ເລ​ສາກົນ.

ຂ່າວ/ບົດ​ອື່ນ