ບັນດາສະມາຊິກສະພາແຫ່ງຊາດຍິງໄດ້ຮັບການເສີມຂະຫຍາຍ
ບົດບາດ,ກຳລັງຄວາມສາມາດແລະໜ້າທີ່ຮັບຜິດຊອບ
(ພາບ: TTXVN)
(Vovworld) – ຕອນບ່າຍວັນທີ 22 ມີນາ, ຢູ່ສະພາແຫ່ງຊາດ, ກຸ່ມ ສະມາສິກສະພາແຫ່ງຊາດຍິງ ອາຍຸການ ຊຸດທີ 8 ຈັດຕັ້ງການສະຫຼຸບເຄື່ອນໄຫວຂອງອາຍຸການ. ໃນອາຍຸການສະພາແຫ່ງຊາດຊຸດທີ 8, ບັນດາສະມາຊິກສະພາແຫ່ງຊາດຍິງ ໄດ້ເພີ່ມທະວີບັນດາການເຄື່ອນໄຫວ ກ່ຽວກັບຄວາມສະເໝີພາບ ລະຫວ່າງ ຍິງຊາຍ; ປະສານສົມທົບ ການເຄື່ອນໄຫວ ກັບບັນຫາຍິງຊາຍ ຂອງແມ່ຍິງ ໃນຂົງເຂດການເມືອງ ໄດ້ຮັບການເອົາໃຈໃສ່. ບັນດາການເຄື່ອນໄຫວ ຢູ່ ສະພາແຫ່ງຊາດ ກໍ່ຄືການປະກອບຄຳເຫັນສ້າງກົດໝາຍ, ການຕິດຕາມ ກວດກາ ການຕອບຄຳຊັກຖາມ ຂອງບັນດາ ສສຊ ຍິງ ກວມເອົາເກືອບ 30%. ສສຊ ຍິງ ຫຼາຍທ່ານ ໄດ້ມີຄວາມກ້າວໜ້າໃນໜ້າວຽກງານ. ໃນການເຄື່ອນໄຫວການທູດ, ບັນດາ ສສຊ ຍິງ ໄດ້ເຂົ້າຮ່ວມຢ່າງຕັ້ງໜ້າ ແລະ ມີການປະກອບສ່ວນ ຍົກສູງບົດບາດ, ທີ່ຕັ້ງຂອງສະພາແຫ່ງຊາດຫວຽດນາມຫຼາຍຢ່າງ, ກໍ່ຄືພາບພົດແມ່ຍິງຫວຽດນາມ ໃນສະພາສາກົນ.
ກ່າວຄວາມນະທີ່ນີ້, ທ່ານ ຫງວຽນຊິງຫຸ່ງ ປະທານສະພາແຫ່ງຊາດ, ຢັ້ງຢືນວ່າ: ໃນຕະຫຼອດ 70 ປີ ປະຫວັດສາດ ຂອງສະພາແຫ່ງຊາດ ຍາມໃດກໍ່ມີການຮ່ວມເດີນທາງ, ປະກອບສ່ວນຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບ ແລະ ທັດສະນະ ຂອງບັນດາ ສສຊ ຍິງ. ສສຊ ແຕ່ລະ ຄົນສະແດງໃຫ້ເຫັນບົດບາດ, ຄຸນນະທາດ, ກຳລັງຄວາມສາມາດ ແລະ ມີຄວາມຮັບຜິດຊອບສູງ ໃນສະພາແຫ່ງຊາດ. ການເຄື່ອນໄຫວ ຂອງກຸ່ມສະມາຊິກລັດຖະສະພາຍິງ ນັບມື້ນັບອຸດົມສົມບູນ, ມີປະສິດທິຜົນ ແລະ ສະໜິດຕິດພັນ. ທ່ານ ປະທານສະພາແຫ່ງຊາດ ປາຖະໜາ ໃນການເລືອກຕັ້ງ ສສຊ ຊຸດທີ 14, ບັນດາ ສສຊ ຍິງ ຈະໄດ້ຮັບການເລືອກຕັ້ງຫຼາຍກ່ວາ, ສູ້ຊົນບັນລຸໜ້ອນສຸດແມ່ນ 35% ທ່ານສະພາແຫ່ງຊາດສະເໜີໃຫ້ບັນດາ ສສຊ ຍິງມີການກະທຳ ຢ່າງແຂງແຮງກ່ວາອີກ, ມີຄວາມເຊື່ອໝັ້ນຕົນເອງ ແລະ ເສີມຂະຫຍາຍ ມູນເຊື້ອແມ່ຍິງຫວຽດນາມ ມີຄວາມຈົງຮັກພັກດີ, ເຮັດລ້ອນໜ້າທີ່ວຽກບ້ານການເຮືອນ, ມີຄວາມເກັ່ງກ້າສາມາດ, ພາລະອາດຫານ.