(VOVWORLD) - “ການເຄື່ອນໄຫວຂອງບັນດາອົງການສາສະໜາ ໄດ້ສ້າງການສະໜັບສະໜູນ ແລະ ຄວາມເຫັນດີເຫັນພ້ອມໃນໝູ່ປະຊາຊົນທີ່ນັບຖືສາສະໜາ ສຳລັບບັນດາແຜນນະໂຍບາຍ, ນະໂຍບາຍຂອງພັກ, ລັດ”.
ທ່ານນາງ ເຈືອງທິມາຍ ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ ໃນການພົບປະກັບຜູ້ມີຍົດສັກຕຳແໜ່ງທາງສາສະໜາ ທີ່ເປັນສະມາຊິກສະພາແຫ່ງຊາດ ຊຸດທີ 14 (ພາບ:TTXVN) |
“ການເຄື່ອນໄຫວຂອງບັນດາອົງການສາສະໜາ ໄດ້ສ້າງການສະໜັບສະໜູນ ແລະ ຄວາມເຫັນດີເຫັນພ້ອມໃນໝູ່ປະຊາຊົນທີ່ນັບຖືສາສະໜາ ສຳລັບບັນດາແຜນນະໂຍບາຍ, ນະໂຍບາຍຂອງພັກ, ລັດ”. ນີ້ແມ່ນຄຳຢັ້ງຢືນຂອງທ່ານນາງ ເຈືອງທິມາຍ ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ ໃນການພົບປະກັບຜູ້ມີຍົດສັກຕຳແໜ່ງທາງສາສະໜາ ທີ່ເປັນສະມາຊິກສະພາແຫ່ງຊາດ ຊຸດທີ 14, ເຊິ່ງຖືກຈັດຂຶ້ນໃນວັນທີ 11 ພະຈິກ ຢູ່ຮ່າໂນ້ຍ.
ຕີລາຄາສູງຕໍ່ການປະກອບສ່ວນຂອງບັນດາອົງການສາສະໜາ, ທ່ານນາງ ເຈືອງທິມາຍ ຢັ້ງຢືນວ່າ: ບໍ່ພຽງແຕ່ຮັບປະກັນສິດເສລີໃນການເຊື່ອຖື, ເຫຼື້ອມໃສ, ຕອບສະໜອງຕາມຄວາມຕ້ອງການຂອງປະຊາຊົນເທົ່ານັ້ນ, ການເຄື່ອນໄຫວຂອງບັນດາອົງການສາສະໜາ ຍັງສ້າງຂະບວນການສະໜັບສະໜູນ ແລະ ຄວາມເຫັນດີເຫັນພ້ອມໃນໝູ່ປະຊາຊົນ, ຜູ້ມີຍົດສັກຕຳແໜ່ງທາງສາສະໜາໃນທົ່ວປະເທດ ກັບບັນດາແຜນນະໂຍບາຍ ຂອງພັກ, ນະໂຍບາຍ, ກົດໝາຍຂອງລັດ. ປີນີ້, ບັນດາອົງການສາສະໜາ, ຜູ້ມີຍົດສັກຕຳແໜ່ງທາງສາສະໜາ ໄດ້ເຂົ້າຮ່ວມໃນວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ໄດ້ເປັນຢ່າງດີ.
ທີ່ການພົບປະ, ບັນດາຜູ້ມີຍົດສັກຕຳແໜ່ງທີ່ເປັນສະມາຊິກສະພາແຫ່ງຊາດ ຊຸດທີ 14 ໄດ້ແລກປ່ຽນຂໍ້ມູນຂ່າວກ່ຽວກັບສະພາບການປະຕິບັດບັນດາແຜນນະໂຍບາຍຂອງພັກ, ນະໂຍບາຍກົດໝາຍຂອງລັດ ກ່ຽວກັບການເຫຼື້ອມໃສ, ເຊື່ອຖືສາສະໜາ ແລະ ການປະກອບສ່ວນຂອງບັນດາອົງການດັ່ງກ່າວໃນປີ 2020.