(ພາບປະກອບ)
(vovworld) – “ໂດຍສືບຕໍ່ສ້າງນະໂຍບາຍ, ກົດໝາຍກ່ຽວກັບການເຫຼື້ອມໃສ, ສາສະໜາ, ເສີມຂະຫຍາຍບັນດາມູນຄ່າວັດທະນະທຳ, ຄຸນສົມບັດອັນດີງາມຂອງບັນດາສາສະໜາ…” ນີ້ແມ່ນໜຶ່ງໃນບັນດາເນື້ອໃນທີ່ໄດ້ເຕື້ອງເຖິງໃນພາກ“ເສີມຂະຫຍາຍກຳລັງແຮງມະຫາສາມັກຄີທົ່ວປວງຊົນທັງຊາດ” ໃນຮ່າງເອກະສານກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກ. ທີ່ກອງປະຊຸມຮັບເອົາຄຳເຫັນຂອງບັນດາສາສະໜາທີ່ປະກອບໃສ່ຮ່າງເອກະສານກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກ, ໂດຍຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ຈັດຕັ້ງໃນຕອນບ່າຍວັນທີ 12/10, ຜູ້ຕາງໜ້າບັນດາສາສະໜາຖືວ່າ: ຮ່າງເອກະສານຕ້ອງເພີ່ມເຕີມວິທີສັງເກດກ່ຽວກັບບົດບາດຂອງບັນດາສາສະໜາໃນສັງຄົມຢ່າງຕັ້ງໜ້າກ່ວາ ແລະ ຄົບຖ້ວນກ່ວາອີກ. ຈາກນັ້ນ ເພີ່ມເຕີມ, ຂະຫຍາຍຕຶ່ມບັນດາທັດສະນະໃໝ່ຂອງພັກກອມມູນິດ ຫວຽດນາມ ກ່ຽວກັບສາສະໜາ ແລະ ວຽກງານສາສະໜາ. ບັນດາຜູ້ແທນກໍປາດຖະໜາຢາກໃຫ້ບັນດາອົງການທີ່ມີໜ້າທີ່ຮັບຜິດຊອບຫັນແຜນນະໂຍບາຍ, ນະໂຍບາຍສາສະໜາຂອງພັກເປັນລະບອບນະໂຍບາຍກົດໝາຍໂດຍໄວ ເພື່ອເສີມຂະຫຍາຍບົດບາດຂອງບັນດາສາສະໜາ, ປະກອບສ່ວນສ້າງຊີວິດສັງຄົມ.