ບັນດາອົງການສຳນັກງານສາກົນໃຫ້ຄຳໝັ້ນສັນຍາໜູນຊ່ວຍຫວຽດນາມຮັບມືກັບໄພແຫ້ງແລ້ງ

ບັນດາອົງການສຳນັກງານສາກົນໃຫ້ຄຳໝັ້ນສັນຍາໜູນຊ່ວຍຫວຽດນາມຮັບມືກັບໄພແຫ້ງແລ້ງ - ảnh 1
(ພາບ: TTXVN)

(vovworld) - ວັນ​ທີ 04/04, ຢູ່​ຮ່າ​ໂນ້ຍ, ສະຫະພັນ​ບັນດາ​ອົງການ​ມິດ​ຕະພາບ ຫວຽດນາມ ຈັດ​ຕັ້ງ​ກອງ​ປະຊຸມ​ສະໜອງ​ຂໍ້​ມູນຂ່າວ, ທາ​ບທາມ​ຄວາມ​ເຫັນ​ກັບ​ບັນດາ​ນັກ​ຊ່ຽວຊານ ​ແລະ ຝ່າຍ​ທີ່​ກ່ຽວຂ້ອງ​ຕ່າງໆ ​ເພື່ອ​ແນ​ໃສ່​ສ້າງ​ແຜນການ, ຍຸດ​ທະ​ສາດ​ຮັບ​ມື​ກັບ​ໄພ​ແຫ້ງ​ແລ້ງ ​ແລະ ນ້ຳທະ​ເລ​ຊຶມ​​ເຂົ້າ​ທີ່ພວມ​ເກີດ​ຂຶ້ນ​ຢູ່ 13 ​ແຂວງ​ພາກ​ກາງ, ​ເຂດ​ໄຕ​ງວຽນ ​ແລະ ​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ. ທີ່​ກອງ​ປະຊຸມ, ອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານ​ຕ່າງປະ​ເທດ ​ແລະ ວິ​ສາ​ຫະກິດ 7 ​ແຫ່ງ​ ໄດ້​ໃຫ້​​ຄຳ​ໝັ້ນ​ສັນຍາ​ໜູນຊ່ວຍ​ໃນ​ເບື້ອງ​ຕົ້ນ​ໃຫ້​ປະຊາ​ຄົມ​ທີ່ ຖືກ​ຜົນ​ສະທ້ອນ​ຈາ​ກ​ໄພ​ແຫ້ງ​ແລ້ງ ​ແລະ ນ້ຳທະ​ເລ​ຊຶມ​ເຂົ້າ ດ້ວຍ​ຍອດ​ມູນ​ຄ່າ 1,1 ລ້ານ USD. ກ່ຽວ​ກັບ​ການ​ໜູນ​ຊ່ວຍ​ໄລຍະ​ຍາວ, ອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານ​ຕ່າງປະ​ເທດ 22 ​ແຫ່ງ ​ໄດ້​ໃຫ້​ຄ​ຳໝັ້ນ​ສັນຍາ​ຜັນ​ຂະຫຍາຍ 30 ລາຍການ, ​ໂຄງການ​ໃນ​ໄລຍະ 3 ປີ (2016 – 2019) ຢູ່ 13 ​​ແຂວງຖື​ກ​ເສຍ​ຫາຍ​ຢ່າງ​ໜັກໜ່ວງ ດ້ວຍ​ຍອດ​ງົບປະມານ 12,3 ລ້ານ USD.

ຂ່າວ/ບົດ​ອື່ນ