ສຳນັກງານອົງການປ້ອງກັນຄວາມສະຫງົບແຫ່ງຊາດ ອາເມລິກາ (NSA)
(ພາບ: wordpress.com)
(vovworld) – ວາລະສານ “Der Spiegel“ ໄດ້ຄັດສະເໜີເອກະສານສະບັບໜຶ່ງ ໂດຍອະດີດພາລະກອນສືບລາຊະການລັບອາເມລິກາ Edward Snowden ເປີດເຜີຍ ທີ່ວ່າ, ສະຫະພາບເອີລົບ (EU) ໄດ້ຮັບຖືວ່າແມ່ນ “ເປົ້າໝາຍຕົ້ນຕໍ່“ ໃນບັນດາເປົ້າໝາຍສອດແນມຂອງ ອົງການປ້ອງກັນຄວາມສະຫງົບແຫ່ງຊາດອາເມລິກາ (NSA). ອາເມລິກາຈັດຈີນ, ລັດເຊຍ, ອີຮານ, ປາກິສະຖານ ແລະ ສປປເກົາຫຼີ ແມ່ນບັນດາເປົ້າໝາຍສອດແນມອັນດັບໜຶ່ງ. ເຢຍລະມັນ, ຝລັ່ງ ແລະ ຍີ່ປຸ່ນ “ໄດ້ຮັບຄວາມສົນໃຈ“ ໃນລະດັບປານກາງ. ຄຳເປີດເຜີຍຫຼ້າສຸດນີ້ ມັນຖືກກັບເອກະສານກ່ອນນັ້ນຂອງ NSA ໂດຍ Snowden ປະກາດ, ໃນນັ້ນເວົ້າວ່າ, ວໍຊິງຕັນພວມຕິດຕາມບັນດາຫ້ອງການຂອງ ອີຢູ ຢູ່ ບຣຸກແຊນ, ແບນຊິກ ແລະ ອາເມລິກາ, ສິ່ງດັ່ງກ່າວໄດ້ພາໃຫ້ບັນດາປະເທດເອີລົບບໍ່ພໍໃຈ.