ບັນດາເຫດການວັດທະນະທຳຂ່ຳນັບຮັບຕ້ອນວັນປົດປ່ອຍນະຄອນຫຼວງ ຮ່າໂນ້ຍ 10/10 ໄດ້ຈັດຕັ້ງຢ່າງຟົດຟື້ນ

(VOVWORLD) - “ໝູ່ບ້ານອາຊີບ -  ຖະໜົນອາຊີບ” ໄດ້ແບ່ງເປັນ 3 ຫົວຂໍ້ຕົ້ນຕໍແມ່ນ: “ຖະໜົນອາຊີບ”, “ອາຊີບຫັດຖະກຳ” ແລະ “ອາຊີບກ່ຽວກັບອາຫານການກິນ”.
ບັນດາເຫດການວັດທະນະທຳຂ່ຳນັບຮັບຕ້ອນວັນປົດປ່ອຍນະຄອນຫຼວງ ຮ່າໂນ້ຍ 10/10 ໄດ້ຈັດຕັ້ງຢ່າງຟົດຟື້ນ - ảnh 1ບັນດາຜູ້ຊົມເຂົ້າຮ່ວມງານວາງສະແດງ

ເພື່ອຂ່ຳນັບຮັບຕ້ອນ 54 ປີແຫ່ງວັນປົດປ່ອຍນະຄອນຫຼວງ (10/10/1954 – 10/10/2018), ແຕ່ວັນທີ 9 – 13 ຕຸລາ, ຢູ່ ວັນມ໋ຽວ - ກວັກຕື໊ຢ້າມ ໄດ້ຈັດຕັ້ງ ງານວາງສະແດງ “ຮ່າໂນ້ຍ ໃນໃຈຂ້ອຍ” ຄັ້ງທີ 13. ງານວາງສະແດງພາບຖ່າຍ  “ຮ່າໂນ້ຍ ໃນໃຈຂ້ອຍ” ປີ 2018 ດ້ວຍຫົວຂໍ້ວ່າ: “ໝູ່ບ້ານອາຊີບ -  ຖະໜົນອາຊີບ” ໄດ້ແບ່ງເປັນ 3 ຫົວຂໍ້ຕົ້ນຕໍແມ່ນ: “ຖະໜົນອາຊີບ”, “ອາຊີບຫັດຖະກຳ” ແລະ “ອາຊີບກ່ຽວກັບອາຫານການກິນ”. ມີຮູບພາບ 80 ແຜ່ນທີ່ໄດ້ສະແດງ 80 ສີສັນກ່ຽວກັບຈຸດຍອດຢ້ຽມຂອງໝູ່ບ້ານອາຊີບ, ຖະໜົນອາຊີບຢູ່ຮ່າໂນ້ຍ.

        ວັນທີ 13 ຕຸລາ ຈະມາເຖິງ, ຢູ່ຫໍປະຊຸມແຫ່ງຊາດ ໝີ້ດິ່ງ, ຮ່າໂນ້ຍ ຈະຈັດຕັ້ງລາຍການສະແດງ ຊຸດອາພອນລະດູໃບໄມ້ຫຼົ່ນ ຕໍ່ໃສ່ລະດູໜາວ 2018.   

        ກໍ່ກ່ຽວຂ້ອງເຖິງຂົງເຂດ ແຟຊັນ, ໃນວັນທີ 9 – 10 ຕຸລາ, ຢູ່ຖະໜົນແຕ້ມຮູບໃສ່ຝາ ຟູ່ງຮຶງ ກໍ່ໄດ້ຈັດຕັ້ງບັນດາການເຄື່ອນໄຫວສະແດງແຟຊັນ ດ້ວຍຫົວຂໍ້ວ່າ “ສີສັນລະດູໃບໄມ້ຫຼົ່ນຢູ່ຮ່າໂນ້ຍ”; ການສະແດງດົນຕີພື້ນເມືອງ, ແນະນຳບັນດາການລະຫຼິ້ນພື້ນເມືອງ.

        ງານບຸນວັດທະນະທຳອາຫານການກິນ ຮ່າໂນ້ຍ 2018 ຈະໄດ້ຮັບການຈັດຕັ້ງແຕ່ວັນທີ 11 – 14 ຕຸລາ ຢູ່ສວນສາທາລະນະ ທົ໊ງເຍີດ.

        ສ່ວນໃນວັນທີ 9 – 10 ຕຸລາ, ຢູ່ວິຫານ ກິມເງິນ ເຮືອນເລກທີ 42 – 44 ຖະໜົນຮ່າງບາກ ໄດ້ຈັດຕັ້ງລາຍການ “ອາຊີບທີ່ເປັນມູນເຊື້ອ ຫວຽດນາມ”, ໃນນັ້ນໄດ້ແນະນຳຈຸດຍອດຢ້ຽມຂອງບັນດາໝູ່ບ້ານອາຊີບຫັດຖະກຳທີ່ເປັນມູນເຊື້ອທີ່ໂດ່ງດັ່ງຂອງ ຫວຽດນາມ…

ຕອບກັບ

ຂ່າວ/ບົດ​ອື່ນ