ບັນດາເອກະສານຮັບຮອງເອົາທີ່ສັບປະດາຂັ້ນສູງ APEC 2017 ຈະຫັນວິໄສທັດຂອງ APEC ຫຼັງປີ 2020 ເປັນຮູບປະທຳ

(VOVWORLD) - ຍັງມີເວລາພຽງອີກ 2 – 3 ວັນອີກ, ສັບປະດາຂັ້ນສູງ APEC, ເຊິ່ງແມ່ນການເຄື່ອນໄຫວສຸດທ້າຍ ແລະ ສຳຄັນທີ່ສຸດໃນປີ APEC ຫວຽດນາມ 2017, ຈະດຳເນີນຢູ່ນະຄອນ ດ່ານັ້ງ.
ບັນດາເອກະສານຮັບຮອງເອົາທີ່ສັບປະດາຂັ້ນສູງ APEC 2017 ຈະຫັນວິໄສທັດຂອງ APEC ຫຼັງປີ 2020 ເປັນຮູບປະທຳ - ảnh 1

 ໃນບົດບາດເປັນເຈົ້າພາບຈັດຕັ້ງ, ຫວຽດນາມ ມານະພະຍາຍາມສ້າງເງື່ອນໄຂສະດວກທີ່ສຸດໃຫ້ແກ່ຜົນສຳເລັດຂອງສັບປະດາຂັ້ນສູງ. ໄປຄຽງຄູ່ກັບວຽກງານກະກຽມ ກ່ຽວກັບດ້ານພິທີການ, ພາລະທິການ, ການປ້ອງກັນຄວາມສະຫງົບ…, ມາຮອດປະຈຸບັນ, ວຽກງານກະກຽມເນື້ອໃນ, ບັນດາເອກະສານໄດ້ ສຳເລັດ ແລະ ກຽມພ້ອມຢື່ນສະເໜີຕໍ່ບັນດາການນຳ 21 ພື້ນຖານເສດຖະກິດສະມາຊິກຮັບຮອງເອົາ.

        ຕາມ ປອ ເຈີ່ນວຽກທ໋າຍ, ຮອງຫົວໜ້າສະຖາບັນຍຸດທະສາດການຕ່າງປະເທດ, ສະຖາບັນການຕ່າງປະເທດ, ປະທານເຄືອຂ່າຍບັນດາສູນຄົ້ນຄ້ວາ APEC ຫວຽດນາມ, ຮັບຮູ້ແຈ້ງວ່າ APEC 2017 ບໍ່ພຽງແຕ່ແມ່ນຈຸດສຸມພົວພັນການຕ່າງປະເທດຂອງປະເທດໃນໄລຍະພັດທະນາໃໝ່ເທົ່ານັ້ນ ຫາກຍັງແມ່ນການປະກອບສ່ວນຂອງ ຫຽດນາມ ຕໍ່ພາກພື້ນ ອາຊີ - ປາຊີຟິກ ອີກ ດັ່ງນັ້ນ, ຫວຽດນາມ ໄດ້ຜັນຂະຫຍາຍວຽກງານກະກຽມແຕ່ດົນນານມາແລ້ວ. ດ້ານອື່ນ, ຫວຽດນາມ ຍົກສູງຄວາມຮັບຮູ້ຂອງບັນດາກະຊວງ, ຂະແໜງການເພື່ອຈັດຕັ້ງກອງປະຊຸມໃຫ້ດີທີ່ສຸດ, ຕອບສະໜອງຄວາມຮຽກຮ້ອງຕ້ອງການໃໝ່ຂອງ APEC, ດ້ານອື່ນ, ຫວຽດນາມ ໄດ້ຍົກອອກຫຼາຍແນວຄວາມຄິດຂໍ້ລິເລີ່ມໃໝ່, ສຸມໃສ່ບັນດາບຸລິມະສິດໃຫຍ່ໃນປະຈຸບັນ ຂອງ APEC ເໝາະສົມກັບຄວາມຮຽກຮ້ອງຕ້ອງການໃໝ່ຂອງການເຕີບໂຕ ແລະ ການຮ່ວມສຳພັນ:

“ຂ້າພະເຈົ້າເອງໄດ້ຕີລາຄາສູງບົດບາດຂອງ ຫວຽດນາມ, ເປັນເຈົ້າການນັບແຕ່ຫົວທີ, ທາບທາມຄວາມເຫັນ ນັບທັງທາບພທາມຄວາມເຫັນຈາກຕ່າງປະເທດ. ບັນດາແນວຄວາມຄິດຂອງ ຫວຽດນາມ ທີ່ຍົກອອກມາ ໃນປະຈຸບັນ, ພາຍຫຼັງການທາບທາມຄວາມເຫັນ, ການແລກປ່ຽນພາຍໃນຫຼາຍຄັ້ງ ກໍ່ຄືລັດຖະນະໂຍບາຍຂອງການນຳຂັ້ນສູງ, ພວກເຮົາໄດ້ຍົກອອກຫຼາຍແນວຄວາມຄິດເຊິ່ງໄດ້ຮັບຄວາມເຫັນດີຈາກບັນດາປະເທດໃນພາກພື້ນ ແລະ ເວທີປາໄສ. ເວົ້າລວມແລ້ວ, ມີຫຼາຍແນວຄວາມຄິດໄດ້ຍົກອອກມາ ແລະ ມາຮອດຈຸດເວລານີ້ ອາດເວົ້າໄດ້ວ່າ ການກະກຽມໃຫ້ສັບປະດາຂັ້ນສູງ APEC ຢູ່ ດ່ານັ້ງ ກ່ຽວກັບດ້ານແນວຄວາມຄິດແມ່ນຮຽບຮ້ອຍແລ້ວ.”

ຕອບກັບ

ຂ່າວ/ບົດ​ອື່ນ