ບັນດາແຂວງຊາຍແດນຫວຽດນາມ-ກຳປູເຈຍສືບຕໍ່ຍູ້ແຮງການຮ່ວມມືເພື່ອພັດທະນາ
ທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ ລັດຖະມົນຕີວ່າ
ການກະຊວງການຕ່າງປະເທດ ຫວຽດນາມ
(ພາບ:infornet )
(vovworld) – ວັນທີ 28/10, ຢູ່ນະຄອນໂຮ່ຈີມິນ, ວາລະປະຊຸມຄົບຄະນະກອງປະຊຸມຮ່ວມມື ແລະ ພັດທະນາບັນດາແຂວງຊາຍແດນ ຫວຽດນາມ - ກຳປູເຈຍ ຄັ້ງທີ 8 ໄດ້ຈັດຕັ້ງ ພາຍໃຕ້ການເປັນປະທານຮ່ວມຂອງທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ຫວຽດນາມ ແລະ ທ່ານ Samdech Krolahom Sar Kheng ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງພາຍໃນ ກຳປູເຈຍ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິງ ແລະ ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງພາຍໃນ ກຳປູເຈຍ Sar Kheng ຫວນຄືນບັນດາຂີດໝາຍພັດທະນາໃນການພົວພັນ 2 ປະເທດ. ທ່ານ ເລຮ່ວາຍຈູງ, ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ຫວຽດນາມ, ຫົວໜ້າກຸ່ມເຈົ້າໜ້າທີ່ຂັ້ນສູງ (SOM) ຫວຽດນາມ ໃຫ້ຮູ້ວ່າ:
“ເຖິງວ່າ ລະຫວ່າງ 2 ປະເທດໄດ້ມີຂໍ້ຕົກລົງຕ່າງໆ ແລະ ເຂົ້າຮ່ວມບັນດາສັນຍາໃນຂອບເຂດສາກົນ ແລະ ພາກພື້ນແລ້ວກໍ່ຕາມ, ແຕ່ວ່າໃນແຕ່ລະຂົງເຂດລະອຽດນັ້ນ ຄວນມີບັນດາສັນຍາ, ຂໍ້ຕົກລົງໃໝ່ຕື່ມອີກ ຫລື ອັບເດັດບັນດາການເຄື່ອນໄຫວຂໍ້ຕົກລົງເກົ່າ ເພື່ອເຮັດແນວໃດຫັນເປັນລະອຽດ ແລະ ປະຕິບັດບັນດາການເຄື່ອນໄຫວຮ່ວມມືໃຫ້ໄດ້”
ສ່ວນຝ່າຍ ກຳປູເຈຍ ຢືນຢັນ ຈະພ້ອມກັບ ຫວຽດນາມ ສືບຕໍ່ເພີ່ມທະວີວຽກງານຄຸ້ມຄອງເສັ້ນຊາຍແດນ ເພື່ອແນໃສ່ກໍ່ສ້າງເສັ້ນຊາຍແດນ 2 ປະເທດໃຫ້ກາຍເປັນເສັ້ນຊາຍແດນສັນຕິພາບ, ມິດຕະພາບ, ຮ່ວມມື ແລະ ພັດທະນາແບບຍືນຍົງ.
ສິ້ນສຸດກອງປະຊຸມ, 2 ຝ່າຍໄດ້ອອກແຈ້ງການຮ່ວມລວມມີ 16 ຂໍ້. ຕາມຂໍ້ຕົກລົງ, ກອງປະຊຸມຮ່ວມມື ແລະ ພັດທະນາບັນດາແຂວງຊາຍແດນ ຫວຽດນາມ - ກຳປູເຈຍ ຄັ້ງທີ 9 ຈະຈັດຕັ້ງຢູ່ ກຳປູເຈຍ ໃນປີ 2016.