ຫ້ອງວ່າການສະພາແຫ່ງຊາດຈັດຕັ້ງການພົບປະກັບບັນດາຄະນະການທູດເພື່ອສະໜອງຂໍ້ມູນຂ່າວສານກ່ຽວກັບວຽກງານຈັດຕັ້ງ IPU 132
(ພາບ: Phạm Kiên/TTXVN)
|
(vovworld) – ກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດໂລກຄັ້ງທີ 132 (IPU – 132) ຈະດຳເນີນໄປຢູ່ ຮ່າໂນ້ຍ ແຕ່ວັນທີ 28/3 – 1/4/2015. ນີ້ແມ່ນເຫດການທາງການທູດລັດຖະສະພາໃຫຍ່ສຸດດ້ວຍການເຂົ້າຮ່ວມຂອງຜູ້ແທນສາກົນທີ່ມາຈາກປະມານ 150 ປະເທດ ແລະ ອົງການສາກົນ.
ທ່ານ ຫວູຫາຍຮ່າ, ຮອງຫົວໜ້າກຳມາທິການການຕ່າງປະເທດຂອງ ສາພາແຫ່ງຊາດ, ຫົວໜ້າຄະນະເລຂາແຫ່ງຊາດ IPU – 132, ໃຫ້ຮູ້ວ່າ: ມາຮອດປະຈຸບັນ, ບັນດາແຜນຮ່າງວຽກງານກະກຽມຈັດຕັ້ງເຫດການໄດ້ສຳເລັດໂດຍພື້ນຖານ, ເປັນຫຼັກຖານຜັນຂະຫຍາຍວຽກງານຈັດຕັ້ງ ແລະ ຮັບໃຊ້ລັດຖະສະພາລະຫວ່າງຊາດໂລກ ແລະ ຜູ້ແທນສາກົນຂຶ້ນແຜນການເຂົ້າຮ່ວມກອງປະຊຸມ.
ຄາດວ່າ, ຄະນະຈັດຕັ້ງຈະແລກປ່ຽນ, ເຫັນດີເປັນເອກະສັນກັບລັດຖະສະພາລະຫວ່າງຊາດໂລກເພື່ອໃຫ້ກອງປະຊຸມສະມັດຊາໃຫຍ່ຄັ້ງນີ້ອອກຖະແຫຼງການ (ເອີ້ນວ່າຖະແຫຼງການຮ່າໂນ້ຍ), ໃນນັ້ນສະແດງໃຫ້ເຫັນໝາກຜົນຂອງການປຶກສາຫາລືຂອງບັນດາຜູ້ແທນກ່ຽວກັບເນື້ອໃນລາຍການດຳເນີນງານຂອງກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດໂລກຄັ້ງທີ 132.