“ບັນດາແມ່ນ້ຳເລົ່າເລື່ອງ” ໄດ້ອັດງານບຸນຍິງບັ້ງໄຟດອກ

(VOVWORLD) -       ຕອນຄ່ຳວັນທີ 06 ກໍລະກົດ, ງານບຸນຍິງບັ້ງໄຟດອກສາກົນດ່ານັ້ງ 2019 ໄດ້ອັດລົງ, ພາຍຫຼັງຖືກດຳເນີນມາເປັນເວລາ 1 ເດືອນ.
“ບັນດາແມ່ນ້ຳເລົ່າເລື່ອງ” ໄດ້ອັດງານບຸນຍິງບັ້ງໄຟດອກ - ảnh 1 (ອັດງານບຸນຍິງບັ້ງໄຟດອກ)

ດ້ວຍຫົວຂໍ້ວ່າ “ບັນດາແມ່ນ້ຳເລົ່າເລື່ອງ”, ບັນດາທິມເຂົ້າຮ່ວມການແຂ່ງຂັນໄດ້ສະແດງໃຫ້ເຫັນບັນດາເລື່ອງລາວທີ່ເຂັ້ມຂົ້ນໄປດ້ວຍວັດທະນະທຳ ແລະ ປະຫວັດສາດຂອງແຕ່ລະປະເທດ, ຈາກບັນດາແມ່ນ້ຳເຊິ່ງເປັນສັນຍາລັກຂອງບັນດາປະເທດເຂົ້າຮ່ວມເຫດການນີ້.

        ໃນຄ່ຳຄືນແຂ່ງຂັນຮອບຊີງຊະນະເລີດ, ທິມຍິງບັ້ງໄຟດອກທີ່ມາຈາກອັງກິດ ໄດ້ເລົ່າເລື່ອງກ່ຽວກັບບັນດາເຮືອໃບເດີນທາງອອກສູ່ທະເລທີ່ກວ້າງໃຫຍ່ໄພສານ, ໃນຂະນະນັ້ນ, ທິມແຟງລັງ ໄດ້ຍ້ອງຍໍຊົມເຊີຍບ້ານເກີດເມືອງນອນຂອງຕົນໃນຄວາມຫວັງຢາກອອກສູ່ທະເລນັບແຕ່ພັນປີກ່ອນ. ດ້ວຍການສົມທົບກັນຢ່າງປະສົມກົມກຽວລະຫວ່າງດົນຕີ ແລະ ບັ້ງໄຟດອກ, ທິມ ແຟງລັງ ຍາດໄດ້ແຊັມ DIFF 2019.

        ງານບຸນຍິງບັ້ງໄຟດອກສາກົນດ່ານັ້ງ 2019 ປະສົບຜົນສຳເລັດ ໄດ້ປະກອບສ່ວນນຳງານບຸນນີ້ກາຍເປັນເຫດການວັດທະນະທຳໃນລະດັບທະວີບ, ຈາກນັ້ນ, ຍົກສູງທີ່ຕັ້ງຂອງຫວຽດນາມ ບົນເວທີສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ