ບຸນວັນເພັງເດືອນ 8 ດຳເນີນໄປຢ່າງຟົດຟື້ນໃນທົ່ວປະເທດຫວຽດນາມ
(ພາບ: google.com.vn)
(vov) - ຕອນຄໍ່າວັນທີ 29/9, ມີການເຄື່ອນໄຫວຫຼາຍຢ່າງເພື່ອຕ້ອນຮັບບຸນວັນເພັງເດືອນ 8 ໄດ້ດຳເນີນໄປຢ່າງຟົດຟື້ນໃນທົ່ວປະເທດ. ຢູ່ ກວາງຫງາຍ, ລາຍການ ”ບຸນວັນເພັງເດືອນ 8 ເຊື່ອມຕໍ່ຄວາມຮັກແພງ ມຸ່ງໄປສູ່ເດັກນ້ອຍຢູ່ເກາະຫຼີເຊີນ” ໄດ້ດຶງດູດເຍົາວະຊົນເກືອບ 1000 ຄົນເຂົ້າຮ່ວມ. ທ່ານນາງ Tran Thi Thanh Thanh, ປະທານສະພາປົກປ້ອງສິດຂອງເດັກຫວຽດນາມ, ໃຫ້ຮູ້ວ່າ:
”ບຸນວັນເພັງເດືອນ 8 ແມ່ນການເຄື່ອນໄຫວທີ່ຈັບອົກຈັບໃຈ, ມີປະໂຫຍດສຳຫຼັບເດັກນ້ອຍຢູ່ເກາະຫຼີເຊີນ, ພ້ອມທັງຕິດພັນຄວາມຮັກແພງນຳກັນ ກໍ່ຄືແບ່ງປັນຄວາມຮັບຜິດຊອບຂອງປະຊາຊົນ ແລະ ເດັກນ້ອຍຢູ່ເຂດດິນຕໍ່ແຜ່ນທີ່ມີຕໍ່ປະຊາຊົນ ແລະ ເດັກນ້ອຍຢູ່ເຂດໝູ່ເກາະໃນພາລະກິດປົກປັກຮັກສາອະທິປະໄຕຂອງປະເທດຊາດ”.
ຄອນຄໍ່າວັນທີ 29/9, ແຂວງນິງບິ່ງ ກໍ່ຈັດຕັ້ງ ”ງານລາຕີບຸນວັນເພັງເດືອນ 8 ” ໃຫ້ແກ່ເດັກນ້ອຍ, ດ້ວຍການເຄື່ອນໄຫວອຸດົມສົມບຸນ ແລະ ມີປະໂຫຍດຫຼາຍຢ່າງ. ເນື່ອງໃນໂອກາດນີ້, ພະແນກແຮງງານ, ທະຫານເສຍອົງຄະ ແລະ ສັງຄົມແຂວງໄດ້ມອບຂອງຂວັນໃຫ້ແກ່ເດັກນ້ອຍທີ່ປະສົບກັບຄວາມຫຍຸ້ງຍາກ ດ້ວຍມູນຄ່າເກືອບ 40 ລ້ານດົ່ງ ເພື່ອໃຫ້ພວກນ້ອງຕ້ອນຮັບບຸນວັນເພັງເດືອນ 8 ໃນຄວາມເບີກບານມ່ວນຊື່ນ, ອົບອູ່ມ ແລະ ເຕັມໄປດ້ວຍຄວາມຮັກແພງ.
ໃນໂອກາດນີ້, ຄັງອຸປະກະລະແຂວງດົ່ງນາຍ ກໍ່ໄດ້ສົມທົບກັບຫໍເຍົາວະຊົນຈັດລາຍການລາຕີ ”ບຸນວັນເພັງເດືອນ 8 ”ໃຫ້ແກ່ພວກເດັກນ້ອຍເຍົາວະຊົນ, ແລະມອບຂອງຂວັນ 100 ພູດໃຫ້ແກ່ເດັກນ້ອຍທີ່ປະສົບກັບຄວາມຫຍຸ້ງຍາກເປັນພິເສດໃນນະຄອນບຽນຮ່ວາ.