ບັນຫາ Brexit: EU ຮັບຮູ້ບໍ່ທັນມີບາດກ້າວບຸກທະລຸໃນການເຈລະຈາ ກັບອັງກິດ

(VOVWORLD) - ວັນທີ 12 ຕຸລາ, ທ່ານ Michel Barnier, ຫົວໜ້າຄະນະເຈລະຈາຂອງສະຫະພາບເອີລົບ (ອີຢູ) ກ່ຽວກັບເລື່ອງ ອັງກິດ ຖອນອອກຈາກສະຫະພາບນີ້, ຫຼືຍັງເອີ້ນວ່າ Brexit ໄດ້ຕີລາຄາວ່າຮອບເຈລະຈາຄັ້ງທີ 5 ໄດ້ສິ້ນສຸດລົງບົນຈິດໃຈສ້າງສັນດ້ວຍຄວາມຄືບໜ້າພໍສົມຄວນ, ແຕ່ບໍ່ບັນລຸໄດ້ບາດກ້າວບຸກທະລຸ.

ບັນຫາ Brexit: EU ຮັບຮູ້ບໍ່ທັນມີບາດກ້າວບຸກທະລຸໃນການເຈລະຈາ ກັບອັງກິດ - ảnh 1ທ່ານ Michel Barnier, ຫົວໜ້າຄະນະເຈລະຈາຂອງສະຫະພາບເອີລົບ (ອີຢູ)

(ພາບ: AFP/TTXVN) 

ດັ່ງນັ້ນ, ທ່ານຫວັງວ່າ ບັນດາຝ່າຍອາດຈະບັນລຸໄດ້ບັນດາຄວາມກ້າວໜ້າໃນ 2 ເດືອນຈະມາເຖິງ. ກ່າວຄຳເຫັນທີ່ການປະຊຸມຂ່າວຮ່ວມຢູ່ນະຄອນຫຼວງ ບຣຸກແຊນ, ປະເທດ ແບນຊິກ, ທ່ານ Barnier ເນັ້ນໜັກວ່າ ຮອບເຈລະຈາຄັ້ງທີ 5 ໄດ້ເຮັດແຈ້ງຫຼາຍບັນຫາ, ແຕ່ຍັງບໍ່ທັນບັນລຸໄດ້ບັນດາຄວາມກ້າວໜ້າທີ່ມີລັກສະນະຕັດສິນ.  ທ່ານໃຫ້ຮູ້ວ່າ ຈະແຈ້ງໃຫ້ກັບການນຳ ເອີລົບ ຊາບໃນກອງປະຊຸມສຸດຍອດ ອີຢູ ໃນວັນທີ 19 ແລະ 20 ຕຸລາ ຈະມາເຖິງກ່ຽວກັບການເຈລະຈາທີ່ຍັງບໍ່ທັນບັນລຸໄດ້ບັນດາ “ຄວາມກ້າວໜ້າຢ່າງຄົບຖ້ວນ” ພາຍຫຼັງ 5 ຮອບເຈລະຈາ ເພື່ອສາມາດຫັນມາເຈລະຈາກ່ຽວກັບການພົວພັນດ້ານການຄ້າກັບ ອັງກິດ ພາຍຫຼັງ Brexit.

ຕອບກັບ

ຂ່າວ/ບົດ​ອື່ນ