ບັນຫາ Brexit: ນາຍົກລັດຖະມົນຕີອັງກິດໃຫ້ຄຳໝັ້ນສັນຍາມີຂໍ້ຕົກລົງດີທີ່ສຸດໃຫ້ແກ່ວິສາຫະກິດ

(VOVWORLD) -ວັນທີ 06 ພະຈິກ, ທ່ານນາງນາຍົກລັດຖະມົນຕີອັງກິດ Theresa May ຢືນຢັນກັບການນຳວິສາຫະກິດກ່ຽວກັບຄວາມຈຳເປັນຂອງເລື່ອງຕ້ອງເຮັດແຈ້ງການພົວພັນລະຫວ່າງອັງກິດ ແລະ ສະຫະພາບເອີລົບ (ອີຢູ) ພາຍຫຼັງ Brexit ແລະ ຮຽກຮ້ອງໃຫ້ວິສາຫະກິດມຸ່ງໄປເຖິງອະນາຄົດໃນແງ່ທີ່ດີ.
ບັນຫາ Brexit: ນາຍົກລັດຖະມົນຕີອັງກິດໃຫ້ຄຳໝັ້ນສັນຍາມີຂໍ້ຕົກລົງດີທີ່ສຸດໃຫ້ແກ່ວິສາຫະກິດ - ảnh 1 (ພາບປະກອບ: AFP)

ກ່າວຄຳເຫັນທີ່ກອງປະຊຸມສາມັນປະຈຳປີຂອງສະຫະພັນອຸດສາຫະກຳອັງກິດ ຢູ່ນະຄອນຫຼວງລອນດອນ, ທ່ານນາງ May ໃຫ້ຮູ້ວ່າ, ອັງກິດ ຈະມານະພະຍາຍາມດ້ວຍບັນດາພື້ນຖານເສດຖະກິດທີ່ຖືກຕ້ອງ, ວິທີສຳພັດການດູ່ນດ່ຽງການໃຊ້ຈ່າຍສາທາລະນະ, ໜຶ່ງຂໍ້ຕົກລົງ Brexit ທີ່ດີທີ່ສຸດ ແລະ ລັດຖະບານຈະສວມບົດບາດຍຸດທະສາດໃນການໜູນຊ່ວຍເສດຖະກິດເຕີບໂຕຢູ່ທົ່ວທຸກແຫ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ