ບັນຫາ Brexit: ລັດຖະບານ ອັງກິດ ບໍ່ຄິດເຖິງແຜນການບໍ່ບັນລຸໄດ້ຂໍ້ຕົກລົງກັບ ອີຢູ

(VOVWORLD) - ວັນທີ 11 ຕຸລາ, ທ່ານນາງນາຍົກລັດຖະມົນຕີ ອັງກິດ Theresa May ຢືນຢັນວ່າ ລັດຖະບານປະເທດນີ້ ບໍ່ຄິດເຖິງສະພາບຢຸດຕິການເຈລະຈາກັບສະຫະພາບ ເອີຣົບ (ອີຢູ) ທີ່ກ່ຽວຂ້ອງເຖິງເລື່ອງ ອັງກິດ ຖອນອອກຈາກ ອີຢູ ຫຼື ເອີ້ນວ່າ Brexit
ບັນຫາ Brexit: ລັດຖະບານ ອັງກິດ ບໍ່ຄິດເຖິງແຜນການບໍ່ບັນລຸໄດ້ຂໍ້ຕົກລົງກັບ ອີຢູ - ảnh 1 (ພາບປະກອບ)

ຊຶ່ງບໍ່ບັນລຸໄດ້ບໍ່ວ່າຂໍ້ຕົກລົງໃດໆ. ທ່ານນາງ May ເນັ້ນໜັກວ່າ: ລັດຖະບານພວມກະກຽມບັນດາວິທີກ່ຽວກັບດ້ານການເງິນ ແລະ ການຄ້າໃຫ້ແກ່ທຸກກໍລະນີ ແລະ ຄວາມມານະພະຍາຍາມຊຸກຍູ້ວິວັດການເຈລະຈາ Brexit ມຸ່ງໄປເຖິງຂໍ້ຕົກລົງມີຜົນປະໂຫຍດໃຫ້ແກ່ ອັງກິດ. ເຖິງຢ່າງໃດກໍ່ຕາມ ທີ່ການຊັກຖາມນີ້ ຫົວໜ້າພັກແຮງງານຝ່າຍຄ້ານທ່ານ Jeremy Corbyn ໄດ້ຕຳໜິຕິຕຽນທ່ານນາງນາຍົກລັດຖະມົນຕີ May ທີ່ນຳ ລັດຖະບານ ອັງກິດ ຕົກເຂົ້າສູ່ໃນສະພາບ “ວຸ້ນວາຍ” ກ່ຽວກັບນະໂຍບາຍພົວພັນພາຍໃນ ແລະ Brexit.

        ແລະກໍ່ໃນວັນດຽວກັນ, ກ່າວຄຳເຫັນຢູ່ຕໍ່ໜ້າກຳມາທິການສະພາແຫ່ງຊາດ ອັງກິດ ທ່ານລັດຖະມົນຕີການເງິນ Phillip Hammond ໃຫ້ຮູ້ວ່າ: ລັດຖະບານ ອັງກິດ ໄດ້ ແລະ ພວມກະກຽມທຸກວິທີ ອາດຈະເກີດຂຶ້ນ, ພ້ອມທັງ ປະຕິເສດຄຳເຫັນທີ່ຖືວ່າ: ລອນດອນ ຄວນເລີ່ມນຳໃຊ້ງົບປະມານໃຫ້ແກ່ບັນຫາຊາຍແດນ ແລະ ພາສີ ເພື່ອແນໃສ່ກະກຽມໃຫ້ກໍລະນີ ອັງກິດ ແລະ ອີຢູ ບໍ່ບັນລຸໄດ້ຂໍ້ຕົກລົງກ່ຽວກັບ Brexit.

ຕອບກັບ

ຂ່າວ/ບົດ​ອື່ນ