(VOVWORLD) - ທ່ານ Sajid Javid ລັດຖະມົນຕີກະຊວງການເງິນອັງກິດ ຄົນໃໝ່ ຫາກໍ່ປະກາດແຜນການຈະຈ່າຍເງິນຈຳນວນ 1 ຕື້ປອນ (ສະກຸນເງິນອັງກິດ) ເພື່ອພ້ອມແລ້ວທີ່ຈະໃຫ້ອັງກິດ ຖອນຕົວອອກຈາກສະຫະພາບເອີລົບ ຫລື EU ແຕ່ບໍ່ມີຂໍ້ຕົກລົງໃນເດືອນຕຸລາທີ່ຈະມາເຖິງ.
ທ່ານ Sajid Javid ລັດຖະມົນຕີກະຊວງການເງິນອັງກິດ ຄົນໃໝ່
(ພາບ: THX/TTXVN)
|
ຕາມສຳນັກຂ່າວສານ Reuters ແລ້ວ, ທ່ານ Javid ໄດ້ແບ່ງປັນກັບນັກຂ່າວໜັງສືພິມ Sunday Telegraph ວ່າ: ທ່ານຈະຊັ່ງຊາຢ່າງລະອຽດຕໍ່ບັນດາມາດຕະການຂອງກະຊວງການເງິນອັງກິດ ໃນບັນຫາ Brexit (ອັງກິດຖອນຕົວອອກຈາກ EU) ຊື່ງໃນນັ້ນໄດ້ເລີ່ມຈາກການປະກາດ “ກອງທຶນເພີ່ມເຕີມລະອຽດ” ໃນ 2, 3 ວັນຈະມາເຖິງດ້ວຍແຜນການມີ ຫຼືບໍ່ມີຂໍ້ຕົກລົງ.
ໜັງສືພິມ Sunday Telegraph ໄດ້ຄັດສະເໜີຄຳເວົ້າຂອງທ່ານ Javid ໂດຍໃຫ້ຮູ້ວ່າ ທ່ານມີແຜນການເພີ່ມພາລະກອນ 500 ຄົນ ໃຫ້ແກ່ກຳລັງຄວບຄຸມຊາຍແດນ ແລະ ມີຄວາມສາມາດຍົກລະດັບພື້ນຖານໂຄງລ່າງຢູ່ທ່າກຳປັ່ນຂອງອັງກິດ ທຸກແຫ່ງ.
ໃນຂະນະນັ້ນ, ໜັງສືພິມ Observer ສະບັບອອກວັນທີ 27 ກໍລະກົດ ໄດ້ໃຫ້ຂ່າວວ່າ ທ່ານອະດີດລັດຖະມົນຕີກະຊວງການເງິນອັງກິດ Philip Hammond, ຜູ້ທີ່ໄດ້ລາອອກຈາກຕຳແໜ່ງເມື່ອເດືອນກ່ອນ ໃນຂະນະທີ່ທ່ານ Boris Johnson ໄດ້ຮັບດຳລົງຕຳແໜ່ງ ໄດ້ມີການເຈລະຈາລັບຄັ້ງຕ່າງໆກັບທ່ານ Kier Starmer ເຈົ້າໜ້າທີ່ຮັບຜິດຊອບ Brexit ແຖວໜ້າຂອງພັກຄອງເກດຝ່າຍຄ້ານ ກ່ຽວກັບວິທີສະກັດກັ້ນ Brexit ທີ່ບໍ່ມີຂໍ້ຕົກລົງ.