(VOVWORLD) - ວັນທີ 25 ສິງຫາ, ທ່ານນາຍົກລັດຖະມົນຕີ ອັງກິດ Boris Johnson ຢືນຢັນວ່າ ອັງກິດ ຈະບໍ່ຊຳລະເງິນທັງໝົດໃນໃບບິນ 39 ຕື້ປອນໃຫ້ສະຫະພາບ ເອີຣົບ (ອີຢູ) ຖ້າຫາກ ອັງກິດ ຖອນຕົວອອກຈາກ ອີຢູ ໂດຍບໍ່ມີຂໍ້ຕົກລົງໃນວັນທີ 31 ຕຸລາ ຈະມາເຖິງ,
ໃນຂະນະນັ້ນ ວົງການເຈົ້າໜ້າທີ່ ອີຢູ ໃຫ້ຮູ້ວ່າ: ລ້ວນແຕ່ຊັ່ງຊາກໍລະນີ ອັງກິດ ຍົກອອກມາດຕະການແກ້ໄຂກສຍປ່ຽນແປງອື່ນໆໃຫ້ແກ່ບັນຫາຊາຍແດນ ອຽກລັງ ທັງໝົດ.
ທ່ານນາຍົກລັດຖະມົນຕີ ອັງກິດ Boris Johnson ພາບ: AFP/TTXVN |
ມາຮອດປັດຈຸບັນ, ຝ່າຍ ອີຢູ ຍັງປະຕິເສດບັນດາຂໍ້ສະເໜີຂອງ ອັງກິດ ທີ່ກ່ຽວຂ້ອງເຖິງເລື່ອງ ລອນດອນ ຈະຊຳລະສ່ວນໜຶ່ງ ຫຼື ທັງໝົດ 39 ຕື້ປອນໃນ “ໃບບິນຝ່າຍດຽວ”. ຕາມ ບຣຸກແຊນ ແລ້ວ, ລອນດອນ ຕ້ອງຊຳລະເງິນ 39 ຕື້ປອນຢ່າງຄົບຖ້ວນ ເຖິງວ່າຈະຖອນຕົວອອກຈາກ ອີຢູ ໂດຍບໍ່ມີຂໍ້ຕົກລົງຫຼືບໍ່, ຍ້ອນວ່າ ນີ້ແມ່ນຄຳໝັ້ນສັນຍາດ້ານການເງິນ ເຊິ່ງ ອັງກິດ ຕ້ອງປະຕິບັດ.