ບັນຫາ Brexit: ອັງກິດ ຢືນຢັນເຈລະຈາຕາມແຜນການ

(VOVWORLD) - ວັນທີ 10 ມິຖຸນາ, ທ່ານນາງນາຍົກລັດຖະມົນຕີ ອັງກິດ Theresa May ໄດ້ປະກາດວ່າ ອັງກິດ ຈະເລີ່ມດຳເນີນວິວັດການເຈລະຈາກ່ຽວກັບເລື່ອງຖອນອອກຈາກສະຫະພາບ ເອີລົບ (ອີຢູ), ຫຼືຍັງເອີ້ນວ່າ Brexit, ໃຫ້ຖືກຕ້ອງຕາມແຜນການທີ່ໄດ້ວາງອອກ “ໃນ 2 ອາທິດຈະມາເຖິງ”.
ບັນຫາ Brexit: ອັງກິດ ຢືນຢັນເຈລະຈາຕາມແຜນການ - ảnh 1 ທ່ານນາງນາຍົກລັດຖະມົນຕີ ອັງກິດ Theresa May

ຖະແຫຼງການນີ້ໄດ້ຍົກອອກມາພາຍຫຼັງມີຂໍ້ມູນຂ່າວ ພັກ DUP ໄດ້ເຫັນດີເປັນເອກະສັນສະໜັບສະໜູນລັດຖະບານສ່ວນໜ້ອຍຂອງທ່ານນາງ May ໃນສະພາແຫ່ງຊາດຢ່າງບໍ່ເປັນທາງການ. ຕາມຫ້ອງວ່າການນາຍົກລັດຖະມົນຕີ ອັງກິດ ແລ້ວ, ໃນການໂອ້ລົມທາງໂທລະສັບກັບຄູ່ຕຳແໜ່ງ ເຢຍລະມັນ, ທ່ານນາງ Angela Merkel, ທ່ານນາງນາຍົກລັດຖະມົນຕີ May ຢືນຢັນວ່າ ອັງກິດ ໄດ້ກຽມພ້ອມເລີ່ມດຳເນີນບັນດາການເຈລະຈາ Brexit. ກ່ອນໜ້ານັ້ນ, ການນຳ ອີຢູ ຫຼາຍທ່ານໄດ້ສະແດງຄວາມວິຕົກວັງວົນວ່າ ໝາກຜົນຂອງການເລືອກຕັ້ງຢູ່ ອັງກິດ ໄດ້ນາບຂູ່ຄວາມສາມາດຜັນຂະຫຍາຍບັນດາການເຈລະຈາ Brexit ໃນວັນທີ 19 ມິຖຸນາ ຕາມແຜນການ ຍ້ອນຂາດຄູ່ເຈລະຈາ.

ຕອບກັບ

ຂ່າວ/ບົດ​ອື່ນ