ບັນ​ຫາ Brexit: ອັງ​ກິດ​ພ້ອມ​ແລ້ວ​ທີ່​ຈະ​ເຈ​ລະ​ຈາ​ເມື່ອ EU ປ່ຽນ​ແປງຫຼັກ​ໝັ້ນ

(VOVWORLD) - ທ່ານ Boris Johnson  ຈະເຈລະຈາກ່ຽວກັບບັນຫາອັງກິດຖອນຕົວອອກຈາກສະຫະພາບເອີຣົບ - ຫຼືໄດ້ເອີ້ນວ່າ Brexit - ເມື່ອ EU ສະແດງໃຫ້ເຫັນວ່າ ພ້ອມແລ້ວທີ່ຈະປ່ຽນແປງຫຼັກໝັ້ນກ່ຽວກັບຂໍ້ຕົກລົງ Brexit, ຖ້າບໍ່ດັ່ງນັ້ນ ລອນດອນ ຈະຕ້ອງກະກຽມໃຫ້ແກ່ການຖອນຕົວອອກຈາກ EU ໂດຍບໍ່ມີຂໍ້ຕົກລົງໃດໆ.
ບັນ​ຫາ Brexit: ອັງ​ກິດ​ພ້ອມ​ແລ້ວ​ທີ່​ຈະ​ເຈ​ລະ​ຈາ​ເມື່ອ EU ປ່ຽນ​ແປງຫຼັກ​ໝັ້ນ - ảnh 1 ທ່ານ Boris Johnson ນາຍົກລັດຖະມົນຕີຄົນໃໝ່ຂອງ ອັງກິດ (ພາບ: THX/ TTXVN)

     ວັນທີ 29 ກໍລະກົດ, ທ່ານ Boris Johnson ນາຍົກລັດຖະມົນຕີຄົນໃໝ່ຂອງ ອັງກິດໄດ້ປະກາດກັບບັນດາການນຳ ສະຫະພາບເອີຣົບ (EU) ວ່າ ທ່ານຈະເຈລະຈາກ່ຽວກັບບັນຫາອັງກິດຖອນຕົວອອກຈາກສະຫະພາບເອີຣົບ - ຫຼືໄດ້ເອີ້ນວ່າ Brexit - ເມື່ອ EU ສະແດງໃຫ້ເຫັນວ່າ ພ້ອມແລ້ວທີ່ຈະປ່ຽນແປງຫຼັກໝັ້ນກ່ຽວກັບຂໍ້ຕົກລົງ Brexit, ຖ້າບໍ່ດັ່ງນັ້ນ ລອນດອນ ຈະຕ້ອງກະກຽມໃຫ້ແກ່ການຖອນຕົວອອກຈາກ EU ໂດຍບໍ່ມີຂໍ້ຕົກລົງໃດໆ.

        ພາຍຫຼັງຮັບດຳລົງຕຳແໜ່ງນາຍົກລັດຖະມົນຕີອັງກິດ ເມື່ອອາທິດທີ່ຜ່ານມາ, ທ່ານ Boris Johnson ໄດ້ປຶກສາຫາລືກັບບາງການນຳຂອງ EU, ແຕ່ທ່ານຍັງບໍ່ທັນປະກາດວັນເວລາດຳເນີນການຢ້ຽມຢາມຕ່າງປະເທດຄັ້ງທຳອິດ. ການຢ້ຽມຢາມຢ່າງເປັນທາງການຄັ້ງທຳອິດເຊິ່ງທ່ານ Boris Johnson ຄາດວ່າຈະໄປຍັງເຂດດິນແດນ Scotland ຂຶ້ນກັບ ລາຊະອານາຈັກ ອັງກິດ.

ຕອບກັບ

ຂ່າວ/ບົດ​ອື່ນ