ບັນຫາຄວາມສະເໝີພາບລະຫວ່າງຍິງ-ຊາຍຢູ່ ຫວຽດນາມ ສືບຕໍ່ໄດ້ເສີມຂະຫຍາຍ

ບັນຫາຄວາມສະເໝີພາບລະຫວ່າງຍິງ-ຊາຍຢູ່ ຫວຽດນາມ ສືບຕໍ່ໄດ້ເສີມຂະຫຍາຍ - ảnh 1
ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຳ​ມະ​ນາ

(vovworld) – ກອງ​ປະ​ຊຸມ​ແມ່​ຍິງ 2017 ໂດຍ Forbes ຫວຽດ​ນາມ ຈັດ​ຕັ້ງດ້ວຍ​ຫົວ​ຂ​ໍ​້​ວ່າ “ແມ່​ຍິງ​ເຮັດ​ໃຫ້​ໂລກ​ດີ​ງາມ​ກ່​ວາ”, ໄດ້​ຖືກ​ຈັດ​ຕັ້ງ​ໃນ​ຕອນ​ເຊົ້າ​ວັນ​ທີ 12/4, ຢູ່​ນະ​ຄອນ ໂຮ່​ຈີ​ມິນ, ເພື່ອ​ແນ​ໃສ່​ຍ້ອງ​ຍໍ​ຊົມ​ເຊີຍ​ນ້ຳ​ໃຈ​ນຳ​ພາ​ຂອງ​ແມ່​ຍິງ ແລະ ຍົກ​ລະ​ດັບ​ໃຫ້​ແມ່​ຍິງ ຫວຽດ​ນາມ. ກ່າ​ວ​ຄຳ​ເຫັນ​ທີ່​ພິ​ທີ​ໄຂ​ກອງ​ປະ​ຊຸມ, ທ່ານ ຫງວຽນ​ບ໋າວ​ຮ່​ວາງ, ປະ​ທານ​ບໍ​ລິ​ສັດ​ສື່​ສານ​ກະ​ທົບ​ຕໍ່​ກັນ, ຫ​ົວ​ໜ່ວຍ​ຕາ​ງ​ໜ້າ​ດ້ານ​ການ​ຄ້າ​ຂອງ Forbes ຫວຽດ​ນາມ, ໃຫ້​ຮູ້​ວ່າ ເຫດ​ການນີ້​ເພື່ອ​ແນ​ໃສ່​ຍົກ​ສູງ​ຄ​ວາມ​ຮັບ​ຮູ້​ກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ສຳ​ຄັນ​ກ່ຽວ​ຂ້ອງ​ເຖິງ​ແມ່​ຍິງ, ເພີ່ມ​ກຳ​ລັງ​ແຮງ​ໃຫ້​ແມ່​ຍິງ​ໃນ​ທຸກໆ​ຂົງ​ເຂດ, ​ສ້າງແຫຼ່ງ​ອາ​ລົ​ມໃນ​ການ​ດຳ​ເນີນ​ທຸ​ລະ​ກິດ ແລະ ຍົກ​ສູງ​ນ້ຳ​ໃຈ​ນຳ​ພາ​ຂອງ​ແມ່​ຍິງ​ໃນ​ໂລກ​ພວມ​ປ່ຽນ​ແປງ. ທີ່ກອງ​ປະ​ຊຸມ, ບັນ​ດາ​ຜູ້​ແທນ​ໄດ້​ສຸມ​ໃສ່​ປຶກ​ສາ​ຫາ​ລືໂດຍ​ໝູນ​ອ້ອມ​ບັນ​ດາ​ບັນ​ຫາ​ກ່ຽວ​ຂ້ອງ​ເຖິງ​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ​ - ຊາຍ, ຍົກ​ລະ​ດັບ​ໃຫ້​ແມ່​ຍິງ​ຢູ່ ຫວຽດ​ນາມ.


ຕອບກັບ

ຂ່າວ/ບົດ​ອື່ນ