ບັນຫາຕ້ານການກໍ່ການຮ້າຍ: ຫົວໜ້າກຸ່ມກໍ່ການຮ້າຍໄລຍະຍາວທີ່ສຸດຢູ່ ອິນໂດເນເຊຍຖືກຈັບຕົວ
(VOVWORLD) - ທ້າຍອາທິດຜ່ານມາກຳລັງຕຳຫຼວດຕ້ານການກໍ່ການຮ້າຍປະເທດນີ້ໄດ້ຈັບຕົວPara Wijayanto ພ້ອມກັບເມຍ ຢູ່ໂຮງແຮມແຫ່ງໜຶ່ງທີ່ Bekasi, ຊານເມືອງ ນະຄອນຫຼວງ Jakarta.
ຕຳຫຼວດອິນໂດເນເຊຍ ປະກາດວ່າ ໄດ້ຈັບຕົວຫົວໜ້າ ຂອງ Jemaah Islamiah (ພາບ: Kyodo News) |
ວັນທີ 1 ກໍລະກົດ, ຕຳຫຼວດອິນໂດເນເຊຍ ປະກາດວ່າ ໄດ້ຈັບຕົວຫົວໜ້າ ຂອງ Jemaah Islamiah (JI), ເຊິ່ງເປັນກຸ່ມກໍ່ການຮ້າຍຫົວຮຸນແຮງທີ່ມີການພົວພັນກັບເຄືອຂ່າຍ Al Qaeda ແລະ ແມ່ນ ຕົວການປະຕິບັດບັນດາເຫດວາງລະເບີດໃນເກາະ Bali ເມື່ອປີ 2002 ເຮັດໃຫ້ ມີຜູ້ເສຍຊີວິດກ່ວາ 200 ຄົນ. ທ່ານ ພົນຈັດຕະວາ Dedi Prasetyo ໂຄສົກຂອງຕຳຫຼວດອິນໂດເນເຊຍ ໃຫ້ຮູ້ວ່າ: ທ້າຍອາທິດຜ່ານມາກຳລັງຕຳຫຼວດຕ້ານການກໍ່ການຮ້າຍປະເທດນີ້ໄດ້ຈັບຕົວ Para Wijayanto ພ້ອມກັບເມຍ ຢູ່ໂຮງແຮມແຫ່ງໜຶ່ງທີ່ Bekasi, ຊານເມືອງ ນະຄອນຫຼວງ Jakarta.