ບັນຫາຕ້ານການກໍ່ການຮ້າຍ:ສະຫະລັດອາເມລິກາຜັນຂະຫຍາຍບັນດາກົມກອງພິເສດຕ້ານISຢູ່ລີບີ

ບັນຫາຕ້ານການກໍ່ການຮ້າຍ:ສະຫະລັດອາເມລິກາຜັນຂະຫຍາຍບັນດາກົມກອງພິເສດຕ້ານISຢູ່ລີບີ - ảnh 1
ທະຫານ ອາເມລິກາ
(ພາບ: AFP/TTXVN)

(vovworld)-​ ​ໜັງ​ສື​ພີມ Washington Post ສະ​ບັບ​ອອກ ວັນ​ທີ 12/5 ​ໄດ້​ຄັດ​ຄຳ​ເວົ້າ​ຂອງ ບັນ​ດາ​ເຈົ້າ​ໜ້າ​ທີ່ ສ​ະ​ຫະ​ລັດ​ອາ​ເມ​ລິ​ກາ ​ທີ່ບໍ່​ເຜີຍ​​ຊື່ ໃຫ້​ຮູ້​ວ່າ: ທະ​ຫານ​ປະ​ເທດນີ້ ໄດ້​ຜັນ​ຂະ​ຫຍາຍ​ບັນ​ດາ​​ກົມ​ກອງ​ພິ​ເສດ ຢູ່ ລີ​ບີ ນັບ​ແຕ່​ທ້າຍ​ ປີ​ 2015 ແນ​ໃສ່​ກະ​ກຽມ ໃຫ້​ຄວາມ​ສາ​ມາດ​​ປະ​ຕິ​ບັດ​ການ ບຸກ​ໂຈມ​ຕີ ແນ​ໃສ່​​ອົງ​ການ “​​ລັດ​ອິດ​ສະ​ລາມ” (IS) ໂດຍ​ຂະ​ໜານ​ນາມ​ເອງ. ຕາມ​ໜັງ​ສື​ພິມ​ດັ່ງ​ກ່າວ​ແລ້ວ, ສອງ​ກົມ​ກອງ​ພິ​ເສດ ຂອງສ​ະ​ຫະ​ລັດ​ອາ​ເມ​ລິ​ກາ ລວມ​​ມີພົນ​ທະ​ຫານ 25 ຄົນ, ພວມ​ເຄື່ອນ​ໄຫວ ຢູ່​ບັນ​ດາ​ຂົງ​ເຂດ​ອ້ອມ​ຂາງ ນະ​ຄອນຫຼວງ Misurata ແລະ Benghazi ເພື່ອ​ຊອກ​ຫາ​ບັນ​ດາ ສຳ​ພັນ​ທະ​ມິດ ແລະ ເກັບ​ກຳ​ຂໍ້​ມູນ​ສືບ​ລາ​ຊະ​ການ​ລັບ ກ່ຽວ​ກັບ​ບັ​ນ​ດາ​ກາ​ນ​ນາບ​ຂູ່ກໍ່​ການ​ຮ້າຍ ຂອງ IS. ​ແລະກໍ່ຕາມ​ໜັງ​ສື​ພິມດັ່ງ​ກ່າວ, ຖ້າ​ຫາກສ​ະ​ຫະ​ລັດ​ອາ​ເມ​ລິ​ກາ ດຳ​ເນີນ​​ບັ້ນ​ຮົບ​ຕ້ານ IS  ຢູ່ ລີ​ບີ ນັ້ນ, ຂອບ​ຂະ​ໜາດ​ ຂອງ​ມັນ​ກໍ່​ຈະ​ນ້ອຍກວ່າ​ບັນ​ດາ​ບັ​້ນ​ຮົບ ຂອງສ​ະ​ຫະ​ລັດ​ອາ​ເມ​ລິ​ກາ ຢູ່ ອີ​ຣັກ ແລະ ຊີ​ຣີ. ໜັງ​ສື​ພິມ​ຊີ້​ແຈ້ງວ່າ ທຳ​ນຽມ​ຫ້າ​ແຈ ໄດ້​ກຳ​ນົດ​​ເປົ້າ​ໝາຍ​ບຸກ​ໂຈມ​ຕີ​ນັບ​ສີບໆ​ຫ​ແຫ່ງ ຖ້າຫາກສ​ະ​ຫະ​ລັດ​ອາ​ເມ​ລິ​ກາ ດຳ​ເນີນ​​ບັ້ນ​ຮົບ​ເປີດກວ້າງ​ຕ້ານ IS  ຢູ່ ລີ​ບີ. ​ມາ​ຮອດປັດຈຸ​ບັນ ​ວໍ​ຊິງ​ຕ​ັນ ຫາກໍ່​ດຳ​ເນີນ​ການ​ບຸກ​ໂຈມ​ຕີທາງ​ອາ​ກາດ 2 ຄັ້ງ ແນໃສ່ IS ຢູ່​ປະ​ເທດນີ້.


ຂ່າວ/ບົດ​ອື່ນ